ພິທີປະກາດການຈັດຕັ້ງ ຂອງກະຊວງພາຍໃນ ຈັດຂຶ້ນວັນທີ 20 ພະຈິກ 2020 ທີ່ກະຊວງດັ່ງກ່າວ ເປັນປະທານ ໂດຍສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລົດຖະມົນຕີ ມີທ່ານຄະນະພັກ ຄະນະນຳ ກະຊວງພາຍໃນ ທ່ານຫົວໜ້າກົມ ຮອງກົມ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ອີງຕາມ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ມາດຕາ 67 ຂໍ້ 04 ອີງຕາມ ໜັງສືສະເໜີຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 128/ນ.ຍ, ລົງວັນທີ 04 ພະຈິກ 2020 ປະທານປະເທດ ອອກລັດຖະດຳລັດ ແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີ ກະຊວງພາຍໃນ ແລະ ພັກປະຊາຊົນປະຕິວັດລາວ ກົມການເມືອງສູນກາງພັກ ເລກທີ 90/ກມສພ ວັນທີ 27 ຕຸລາ 2020 ມະຕິຕົກລົງ ແຕ່ງຕັ້ງ ສະຫາຍ ທອງຈັນ ມະນີໄຊ ເປັນເລຂາຄະນະບໍລິຫານງານພັກ ກະຊວງພາຍໃນມະຕິຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

