ສອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຕີລາຄາວຽກງານໜຶ່ງປີຜ່ານມາ

ວັນ​ທີ 20-21 ພະ­ຈິກ 2020 ຢູ່​ທີ່​ດ່ານ​ນ້ຳ​ພາວ ແຂວງ​ບໍ​ລິ​ຄຳ​ໄຊ ສອງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ລາວ-ຫວຽດ­ນາມ ແລະ ຫວຽດ­ນາມ-ລາວ ໄດ້​ຈັດ​ກອງ​ປະ­ຊຸມ​ພົບ​ປະ​ເຮັດ​ວຽກ​ເພື່ອ​ປຶກ­ສາ​ຫາ­ລື​ບັນ­ດາ​ເນື້ອ​ໃນ​ເອ­ກະ­ສານ​ຮັບ​ໃຊ້​ກອງ​ປະ­ຊຸມ​ຄັ້ງ​ທີ 43 ຂອງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ທະ­ວິ​ພາ­ຄີ ລະ­ຫວ່າງ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ແລະ ລັດ­ຖະ­ບານ​ແຫ່ງ ສສ.ຫວຽດ­ນາມ ປະ­ຈຳ​ປີ 2021 ໂດຍ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ຄຳ​ເຜີຍ ແກ້ວ​ກິນ​ນາ­ລີ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ລາວ-ຫວຽດ­ນາມ ແລະ ທ່ານ ຫງວ​ຽນ ວັນ ຈຸງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ຫວຽດ­ນາມ-ລາວ ພ້ອມ​ດ້ວຍ​ຜູ້​ແທນ​ຈາກ​ບັນ­ດາ​ກະ­ຊວງ ອົງ­ການ​ຈາກ​ສູນ​ກາງ ແລະ ທ້ອງ­ຖິ່ນ​ຂອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ເຖິງ​ໝາກ­ຜົນ​ຂອງ​ການ​ພົວ­ພັນ​ຮ່ວມ​ມື​ໃນ​ໜຶ່ງ​ປີ­ຜ່ານ­ມາ ເຖິງ​ວ່າ​ເກີດ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໃນ​ຕົ້ນ​ປີ​ນີ້ ແຕ່​ສອງ​ຝ່າຍ​ກໍ​ບໍ່​ໄດ້​ເຮັດ​ໃຫ້­ການ​ແຜ່​ລະ­ບາດ ຂອງ​ພະ­ຍາດ​ໂຄ​ວິດ 19 ເປັນ​ໂຕ​ຂັດ­ຂວາງ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ປັບ­ປຸງ​ຮ່າງ​ເນື້ອ​ໃນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ລາວ-ຫວຽດ­ນາມ ໄລ­ຍະ 10 ປີ (2021-2030) ສັນ­ຍາ​ຮ່ວມ​ມື ໄລ­ຍະ 5 ປີ (2021-2025) ພ້ອມ​ທັງ​ສະ­ຫຼຸບ​ຕີ​ລາ­ຄາ​ຄືນ​ສະ­ພາບ​ການ​ພົວ­ພັນ​ຮ່ວມ​ມື​ລົງ­ທຶນ​ລາວ-ຫວຽດ­ນາມ ປີ 2020 ແລະ ກຳ­ນົດ​ທິດ​ທາງ​ການ​ຮ່ວມ​ມື​ປະ­ຈຳ​ປີ 2021.

ຜົນ­ສຳ­ເລັດ​ກອງ​ປະ­ຊຸມ​ດັ່ງ­ກ່າວ ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນ­ທຶກ​ໃນ​ການ​ເຮັດ​ວຽກ ເພື່ອ​ເປັນ​ເອ­ກະ​ພາບ​ໃນ​ການ​ກະ­ກຽມ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະ­ຊຸມ​ຄັ້ງ​ທີ 43 ປະ­ຈຳ​ປີ 2021 ຂອງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ທະ­ວິ​ພາ­ຄີ ລະ­ຫວ່າງ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ແລະ ລັດ­ຖະ­ບານ​ແຫ່ງ ສສ.ຫວຽດ­ນາມ ເຊິ່ງ​ຄາດ​ຄະ­ເນ​ຈະ​ໄຂ​ຂຶ້ນ​ໃນ​ຕົ້ນ​ເດືອນ​ທັນ­ວາ 2020 ທີ່​ຈະ​ມາ​ເຖິງ​ນີ້.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!