ຫາລືການຄຸ້ມຄອງອາຄານກະຊວງຍຸຕິທໍາຫຼັງເກົ່າ

    ອາຄານກະຊວງຍຸຕິທໍາຕຶກເກົ່າ ພາຍຫຼັງທີ່ບໍ່ໄດ້ນໍາໃຊ້ມາໄດ້ 2 ປີແລ້ວ ປັດຈຸບັນໄດ້ມີຫຍ້າປົກຫຸ້ມ ເຮັດໃຫ້ບໍລິເວນດັ່ງກ່າວມີຄວາມຮົກເຮື້ອ ແລະ ຊັບສິນທີ່ເປັນຂອງລັດທີ່ຕິດຢູ່ໃນອາຄານ ປະເພດເຄື່ອງໃຊ້ໄຟຟ້າເຊັ່ນ:ດອກໄຟ ແລະ ແອ ແມ່ນໄດ້ຖືກຄົນບໍ່ດີເຂົ້າມາລັກງັດແງະເອົາວັດຖຸທີ່ມີຄ່າໄປ ອັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ເນື່ອງຈາກຂາດການຄຸ້ມຄອງ ແລະ ບົວລະບັດຮັກສາ ດັ່ງນັ້ນ ວັນທີ 17 ພະຈິກ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງກວດກາເບິ່ງຕົວຈິງຢູ່ສະຖານທີ່ດັ່ງກ່າວ ແລະ ເຊື້ອເຊີນເອົາພາກສ່ວນທີ່ກ່ຽວຂ້ອງມາປຶກສາຫາລື ເພື່ອຮັກສາ ແລະ ຄຸ້ມຄອງອາຄານກະຊວງຍຸຕິທໍາຫຼັງເກົ່າທີ່ເປັນຊັບສິນຂອງລັດໃຫ້ໄດ້ຮັບການຮັກສາ ເພື່ອໃນອະນາຄົດ ອາດຈະໄດ້ນໍາໃຊ້ໃຫ້ຕຶກດັ່ງກ່າວເກີດຜົນປະໂຫຍດຕໍ່ສັງຄົມ.

ຫາລືການຄຸ້ມຄອງອາຄານກະຊວງຍຸຕິທໍາຫຼັງເກົ່າ
ຫາລືການຄຸ້ມຄອງອາຄານກະຊວງຍຸຕິທໍາຫຼັງເກົ່າ

# ຂ່າວ & ພາບ : ຂັນທະວີ

error: Content is protected !!