ມູນນິທິພົງສະຫວັນ ມອບເຄື່ອງໃຫ້ສູນສົງເຄາະນະຄອນຫຼວງວຽງຈັນ

    ມູນນິທິພົງສະຫວັນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ຈໍາເປັນ ໃຫ້ແກ່ສູນສົງເຄາະ ນະຄອນຫຼວງວຽງຈັນ ປະກອບມີ ນົມແລັດຕາຊອຍ 37 ແກັດ ນົມຂຸ້ນພາເລດ 2 ແກັດ ນໍ້າດື່ມຫົວເສືອ 200 ແພັກ ໂອວັນຕິນແກ້ວ 2 ແພັກ ກາເຟດາວ 2 ແກັດ ແລະ ເຄື່ອງເຮັດນໍ້າຮ້ອນ 10 ເຄື່ອງ ລວມມູນຄ່າ 13 ລ້ານກວ່າກີບ.

    ການມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນວັນທີ 16 ພະຈິກ 2020 ທີ່ສູນສົງເຄາະນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ຄໍາຫຼ້າ ລໍລອນສີ ປະທານມູນນິທິພົງສະຫວັນ ແລະ ຕາງໜ້າຮັບໂດຍທ່ານ ຄໍາແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!