ກອງປະຊຸມວຽກງານກາແດງລາວທົ່ວປະເທດ ປະຈໍາປີ 2020 ຈັດຂຶ້ນວັນທີ 16 ພະຈິກ 2020 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ພ້ອມດ້ວຍບັນດາຫົວໜ້າຫ້ອງການ ກອງ ສູນ ຈາກກາແດງສູນກາງ ແລະ ຄະນະອົງການກາແດງແຂວງທົ່ວປະເທດ ເຂົ້າຮ່ວມ.

ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະດໍາເນີນແຕ່ວັນທີ 16-18 ພະຈິກ 2020 ໂດຍໄດ້ຮັບການສະໜັບສະໜູນຈາກຄະນະກໍາມະການກາແດງສາກົນ (ICRC) ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ຈຸດປະສົງເພື່ອເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານວິຊາການຫຼັກແຫຼ່ງຂອງອົງການກາແດງລາວທົ່ວປະເທດ ມີຄວາມຮັບຮູ້ ເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ວຽກງານກາແດງລາວ ກໍຄືການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອດ້ານມະນຸດສະທໍາຂອງອົງການກາແດງລາວໃນໄລຍະຜ່ານມາ ປັດຈຸບັນ ແລະ ອະນາຄົດ ທັງແນໃສ່ປັບປຸງ ຍົກລະດັບຄວາມຮັບຮູ້ດ້ານທິດສະດີ ແລະ ພຶດຕິກໍາກ່ຽວກັບວຽກງານກາແດງລາວ ເພື່ອສ້າງຄວາມເປັນເອກະພາບ ຄວາມຕັດສິນໃຈ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ຂອງອົງການກາແດງລາວແຕ່ລະຂັ້ນໃຫ້ປາກົດເປັນຈິງ.

ນອກນີ້ ຍັງຈະໄດ້ທົບທວນຄືນ ແລະ ສຶກສາບາງຄວາມຮັບຮູ້ກ່ຽວກັບວຽກງານກາແດງລາວ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານກາແດງ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ແລະ ແຜນຍຸດທະສາດ 10 ປີ (2021-2030) ຮັບຟັງບົດຮຽນຂອງອົງການກາແດງແຂວງຈໍານວນໜຶ່ງ ກ່ຽວກັບວຽກງານຊອກຫາແຫຼ່ງທຶນ ການກໍ່ສ້າງ ແລະ ການເຄື່ອນໄຫວຂອງວຽກງານກູ້ຊີບ-ກູ້ໄພທາງຖະໜົນ ການປຸກລະດົມບໍລິຈາກເລືອດ ການສະໜອງເລືອດທີ່ປອດໄພ ແລະ ບົດຮຽນການຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ພ້ອມນີ້ ຍັງຈະໄດ້ສືບຕໍ່ເຊື່ອມຊຶມກົດໝາຍວ່າດ້ວຍວຽກງານກາແດງລາວ ແລະ ຄົ້ນຄວ້າບັນດານິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ.
# ຂ່າວ & ພາບ : ສະບາໄພ