ຍົກລະດັບທິດສະດີການເມືອງ-ການປົກຄອງໃຫ້ພະນັກງານນໍາພາ-ຄຸ້ມຄອງ

    ບໍລິສັດ ລາວໂທລະຄົມະນາຄົມ ມະຫາຊົນ ເປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ເພື່ອປະຕິບັດແຜນພັດທະນາບຸຄະລາກອນຂອງລາວ ໂທ ລະຄົມແນໃສ່ສ້າງພະນັກງານຫຼັກແຫຼ່ງນໍາພາ-ຄຸ້ມຄອງ ໄດ້ຍົກລະດັບຄວາມຮູ້ ຄວາມສາມາດດ້ານທິດສະດີການເມືອງ-ການປົກຄອງ ແລະ ຍົກສູງຂີດຄວາມສາມາດໃນການນໍາພາ-ຄຸ້ມຄອງໃຫ້ມີລະດັບຄວາມຮູ້ໃນການນໍາພາ ບໍລິຫານວຽກງານຢູ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ຂະຫຍາຍຕົວຮອບດ້ານຢ່າງບໍ່ຢຸດຢັ້ງ.

    ຊຸດເຝິກອົບຮົມຄັ້ງນີ້ ຈັດຂຶ້ນວັນທີ 16 ພະຈິກ 2020 ຢູ່ບໍລິສັດ ລາວໂທລະຄົມະນາຄົມ ມະຫາຊົນ ໂດຍມີສະຫາຍ ສຸພົນ ຈັນທະວີໄຊ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສະຫາຍ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫາຍຄໍາພູ ດວງຖະໜອມ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.   

    ສະຫາຍ ສຸພົນ ຈັນທະວີໄຊ ກ່າວວ່າ: ການເປີດຮຽນຊຸດນີ້ ເປັນການຕັດສິນໃຈສູງຂອງຄະນະພັກ-ຄະນະອໍານວຍການໃຫຍ່ ແລະ ການໃຫ້ການຮ່ວມມືຂອງ ສມປຊ ພາຍໃຕ້ການຊີ້ນໍາ-ນໍາພາຄະນະພັກ-ຄະນະນໍາ ກະຊວງ ປທສ ເພື່ອແນໃສ່ສ້າງໃຫ້ໄດ້ຖັນແຖວພະນັກງານນໍາພາຫຼັກແຫຼ່ງທີ່ດີ ທີ່ເກັ່ງ ມີຄວາມພຽບພ້ອມໄປດ້ວຍຄຸນທາດການເມືອງໝັກແໝ້ນ ຄຸນສົມບັດສິນທໍາປະຕິວັດ ເພື່ອຊຸກຍູ້ວຽກງານຮອບດ້ານຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄປເຖິງຈຸດທີ່ໝາຍ ທີ່ພັກ-ລັດ ກໍານົດໄວ້ ຊຸດເຝິກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 10 ວັນ ມີສໍາມະນາກອນເຂົ້າຮ່ວມ 35 ສະຫາຍ. 

# ຂ່າວ & ພາບ : ສະບາໄພ

error: Content is protected !!