ໃຫ້ຄວາມຮູ້ໃນການຮັກສາຄວາມປອດໄພຂອງການບໍລິການທະນາຄານ ແລະ ການເງິນ ເພື່ອຕ້ານໄພຂົ່ມຂູ່ທາງໄຊເບີ

   ສະມາຄົມທະນາຄານລາວ ສະມາຄົມການຄ້າໄອຊີທີລາວ (LICA) ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ (LaoCERT) ຮ່ວມກັບ S.A. Investment Holdings (SA) ສິງກະໂປ ບໍລິສັດ ດາຕາຄອມ ລາວ ຈຳກັດ ໄດ້ຈັດສຳມະນາພາຍໃຕ້ຫົວຂໍ້ການຮັກສາຄວາມປອດໄພທາງໄຊເບີ ສຳລັບຂະແໜງ ການທະນາຄານ ແລະ ການເງິນລາວ ຂຶ້ນໃນວັນທີ 12 ພະຈິກ 2020 ທີ່ ໂຮງແຮມຄາວພລາຊາ ນະຄອນຫຼວງວຽງຈັນ ມີທ່ານ ພູຂົງ ຈັນທະຈັກ ປະທານສະມາຄົມທະນາຄານລາວ ທ່ານ ທະນົງສິນ ກັນລະຍາ ປະທານບໍລິຫານ ບໍລິສັດ ດາຕາຄອມ ລາວ ຈຳກັດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ທະນູສອນ ພົນອາມາດ ປະທານສະມາຄົມການຄ້າໄອຊີທີລາວ (LICA) ພ້ອມດ້ວຍຄູ່ຮ່ວມງານຈາກ S.A. Investment Holdings (SA) ສິງກະໂປ ບໍລິສັດ ດາຕາຄອມ ລາວ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການຈັດງານສຳມະນາດັ່ງກ່າວຂຶ້ນ ເພື່ອແນໃສ່ໃຫ້ເຫັນເຖິງຄວາມສຳຄັນຂອງການຮັກສາຄວາມປອດໄພທາງໄຊເບີ ແລະ ຍຸດທະສາດທີ່ຂະແໜງການທະນາຄານ ແລະ ການເງິນສາມາດໝູນໃຊ້ໄດ້ ເພື່ອປົກປ້ອງຕໍ່ກັບໄພຂົ່ມຂູ່ຂອງອາຊະຍາກຳທາງໄຊເບີ ແລະ ການໂຈມຕີທີ່ນັບມື້ນັບຫຼາຍຂຶ້ນ ເຊິ່ງໃນການສຳມະນາ ໄດ້ເນັ້ນໃສ່ຍຸດທະສາດດ້ານນະວັດຕະກຳ ເພື່ອຮັກສາຄວາມປອດໄພຂອງການບໍລິການທະນາຄານ ແລະ ການເງິນ ເພື່ອຕ້ານໄພຂົ່ມຂູ່ທາງໄຊເບີ\ 2020.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!