ຄບຕ ເລັ່ງສ້ອມແປງໄຟເຍືອງທາງ ແລະ ໄຟອໍານາດ

    ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ໃຫ້ສໍາພາດວ່າ: ພາຍຫຼັງທີ່ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນໄດ້ມອບວຽກງານຄຸ້ມຄອງໄຟແສງສະຫວ່າງເຍືອງທາງ ແລະ ໄຟອໍານາດໃຫ້ກັບຫ້ອງການ ຄບຕ ແລ້ວ ພວກເຮົາກໍໄດ້ສຸມໃສ່ສ້ອມແປງໄຟເຍືອງທາງຈໍານວນ 13 ເສັ້ນສາຍຫຼັກໃນໃຈການເທສະບານ ນວ ປັດຈຸບັນສໍາເລັດ ແລະ ກໍາລັງສືບຕໍ່ສຸມໃສ່ສ້ອມແປງ ປ່ຽນຖ່າຍໂຄມໄຟອໍານາດໃນ ນວ ໃຫ້ສາມາດນໍາໃຊ້ໄດ້ຢ່າງປົກກະຕິ ປະກອບມີ ໄຟອໍານາດຫໍຄໍາ ໄຟອໍານາດເພັດຊະລາດ ໄຟອໍານາດຕະຫຼາດເຊົ້າ ໄຟອໍານາດກໍາມະບານ (ທະນາຄານລາວ-ຫວຽດ) ໄຟອໍານາດ ມສ ວຽງຈັນ ໄຟອໍານາດປະຕູໄຊ (ເບື້ອງກະຊວງ ຍທຂ) ໄຟອໍານາດໂພນສະອາດ ແລະ ໄຟອໍານາດຂົວຮ່ອງແຊງ ລວມທັງໝົດ 8 ຈຸດ ໂດຍເລີ່ມລົງມືແຕ່ວັນທີ 10 ພະຈິກເປັນຕົນມາ ແລະ ໃຫ້ສໍາເລັດວັນທີ 15 ພະຈິກ 2020 ພາຍຫຼັງສໍາເລັດຈຸດດັ່ງກ່າວນີ້ແລ້ວແມ່ນຈະສືບຕໍ່ໄປຍັງເສັ້ນທາງສາຍຫຼັກໃນຊານເມືອງທົ່ວ ນວ ໃຫ້ມີແສງສະຫວ່າງ ແລະ ໃຫ້ສາມາດສັນຈອນໄປມາສະດວກສະບາຍ ຮັບປະກັນໄດ້ຄວາມປອດໄພຂອງຜູ້ສັນຈອນຕາມທ້ອງຖະໜົນ ແນໃສ່ເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງກົມການເມືອງສູນກາງພັກ ວັນສໍາຄັນຕ່າງໆຂອງພັກ ຂອງຊາດ ໂດຍສະເພາະວັນຊາດທີ 2 ທັນວານີ້ ນະຄອນຫຼວງວຽງຈັນຕ້ອງມີຄວາມສະຫວ່າງສະໄຫວ ເຊິ່ງການປັບປຸງສ້ອມແປງຕ້ອງໃຫ້ສໍາເລັດກ່ອນວັນຊາດທີ 2 ທັນວາ 2020 .

error: Content is protected !!