ເປີດສາກແລ້ວບານເຕະ ຊີງຂັນທ່ານຮອງປະທານປະເທດ

    ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນເຕະບານຊາຍ (11 ຄົນ) ບັນດາກະຊວງ ແລະ ອົງ ການອ້ອມຂ້າງສູນກາງພັກ ແລະ ລັດຖະກອນ ຊີງຂັນພະນະທ່ານຮອງປະທານປະເທດແຫ່ງ ສປປ ລາວ ໄດ້ມີຂຶ້ນວັນທີ 12 ພະຈິກ 2020 ຢູ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ສອນທະນູ ທຳມະວົງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດສັງຄົມແຫ່ງຊາດ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາຄະນະນຳແຕ່ລະພາກສ່ວນ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງສູນກາງພັກ ເຂົ້າຮ່ວມຢ່າງຫຼວງຫຼາຍ. 

    ໂອກາດນີ້ ທ່ານ ບຸນຕາ ເທບພະວົງ ຮອງເລຂາຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງເປັນປະທານຈັດການແຂ່ງຂັນ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍຂະບວນການອັນມີເນື້ອໃນທາງດ້ານການເມືອງຂອງຄົນຮຸ່ນໜຸ່ມຢ່າງເປັນຂະບວນການຟົດຟື້ນ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດອັນແສນຮັກແສນຫວງຂອງພວກເຮົາ ໂດຍມີພັກປະຊາຊົນປະຕິວັດລາວເປັນຄັນທຸງ ເວົ້າລວມ ເວົ້າສະເພາະເປັນການສືບຕໍ່ຍົກລະດັບຈາກການແຂ່ງຂັນ ຊີງຂັນສະຫາຍເລຂາສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະຈຳປີ 2018 ແລະ 2019 ກ້າວຂຶ້ນມາຊີງຂັນທີ່ມີກຽດ ແລະ ຍິ່ງໃຫຍ່ກວ່າເກົ່າ ກໍຄືຊີງຂັນພະນະທ່ານຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ປະຈຳປີ 2020 ແນໃສ່ສ້າງຂະບວນການເຕົ້າໂຮມຄວາມສາມັກຄີອັນເປັນປືກແຜ່ນອັນດູດດື່ມ ທີ່ເປັນຊາວໜຸ່ມພະນັກງານ-ລັດຖະກອນ ແລະ ສະມາຊິກພັກ ທີ່ສັງກັດຢູ່ບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງພັກ ໄດ້ມີຄວາມຮັກແພງສາມັກຄີ ແລະ ແລກປ່ຽນປະສົບການທາງດ້ານວິຊາການດ້ວຍກັນ.

 ທັງເປັນການພ້ອມກັນຍູ້ແຮງສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ ພ້ອມທັງເປັນການປຸກລະດົມຂົນຂວາຍ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວລາວບັນດາເຜົ່າ ທີ່ປະສົບໄພທຳມະຊາດ ເປັນຕົ້ນແມ່ນຊ່ວຍສ້າງຫໍພັກ ແລະ ສ້ອມແປງອາຄານຮຽນໃຫ້ແກ່ລູກຫຼານທີ່ຢູ່ຫ່າງໄກສອກຫຼີກ ຊົນນະບົດ ໃຫ້ເຂົາເຈົ້າມີໂອກາດໄດ້ຮໍ່າຮຽນຢ່າງມີຄວາມສະດວກຮອບດ້ານ ພ້ອມດຽວກັນນັ້ນ ກໍຍັງເປັນການສ້າງຂະບວນການສະເຫຼີມສະຫູອງວັນຊາດທີ 2 ທັນວາ ຄົບຮອບ 45  ປີ ວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ ແລະ ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ແລະ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້.  

ການແຂ່ງຂັນໃນຄັ້ງນີ້ ເລີ່ມດຳເນີນລະຫວ່າງວັນທີ 12 ພະຈິກ ຫາ 18 ທັນວາ 2020 ຈຶ່ງຈະສຳເລັດ ໂດຍເນັ້ນອາທິດໜຶ່ງແຂ່ງຂັນ 3 ມື້ ກຳນົດເອົາວັນພຸດ ພະຫັດ ແລະ ວັນສຸກ ເປັນມື້ແຂ່ງຂັນ ໃນນັ້ນ ມີນັກກີລາເຂົ້າຮ່ວມ 22 ພາກສ່ວນ.

error: Content is protected !!