3 ບໍລິສັດ ມອບລົດຂົນສົ່ງຄົນເຈັບໃຫ້ສອງແຂວງ

    ໃນວັນທີ 31 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບລົດຂົນສົ່ງຄົນເຈັບໃຫ້ແກ່ 2 ແຂວງຢ່າງເປັນທາງການ  ໂດຍຕາງໜ້າມອບຈາກ 3 ບໍລິສັດຄື: ບໍລິສັດ ຈະເລີນເຊກອງ ພະລັງງານຈໍາກັດ ບໍລິສັດພົງຊັບທະວີ ຈໍາກັດຜູ້ດຽວ ແລະ ບໍລິສັດແສງເພັດເກັບກູ້ລະເບີດ ຈໍາກັດ  ຕາງໜ້າຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ – ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ລົດທີ່ນໍາມາມອບຄັ້ງນີ້ ມີຈໍານວນທັງໝົດ 3 ຄັນ ລວມມູນຄ່າ 156.000 ໂດລາສະຫະລັດ ປະມານ 1,3 ຕື້ກີບ ເຊິ່ງເປັນການຊ່ວຍເຫຼືອລ້າຈາກພາກສ່ວນນັກລົງທຶນກໍ່ສ້າງເຂື່ອນໄຟຟ້າ ໂດຍຜ່ານກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອມາຮັບໃຊ້ຂະແໜງສາທາລະນະສຸກຢູ່ເຂດຫ່າງໄກສອກຫຼີກຂອງ 2 ແຂວງຄື: ແຂວງບໍລິຄໍາໄຊ 1 ຄັນ ແລະ ແຂວງຊຽງຂວາງ 2 ຄັນ.

    ໂອກາດນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ແລະ 3 ບໍລິສັດທີ່ໃຫ້ການປະກອບສ່ວນໃນຄັ້ງນີ້ ໃນການພັດທະນາວຽກງານສາທາລະນະສຸກ ແລະ ອວຍພອນໃຫ້ຄະນະນໍາກະຊວງພະລັງງານ – ບໍ່ແຮ່ ແລະ 3 ບໍລິສັດ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ສືບຕໍ່ໃຫ້ການສະໜັບສະໜູນວຽກງານສາທາລະນະສຸກຕໍ່ໄປ.

error: Content is protected !!