
ວັນທີ 31 ມີນາ 2020 ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງໄຊເສດຖາ ສົມທົບກັບພະແນກ ຮສສ ນະຄອນຫຼວງວຽງຈັນ ແລະ ຫ້ອງການກາແດງ ນະຄອນຫຼວງວຽງຈັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປມອບໃຫ້ 3 ຄອບຄົວທີ່ຖືກໄຟໄໝ້ເຮືອນຄັ້ງວັນທີ 28/3/2020 ຢູ່ບ້ານຈອມມະນີ ເມືອງໄຊເສດຖາ.

ສຳລັບເຄື່ອງທີ່ມາມອບໃນຄັ້ງນີ້ ປະກອບມີສັງກະສີ 150 ແຜ່ນ ເຫຼັກຕະປູ 30 ກັບ ປາກະປ໋ອງ 3 ແພັກ ເຂົ້າສານໜຽວ 3 ໝື່ນ ເກືອ 3 ຖົງ ໝີ່ໄວໆ 3 ແກັດ ຖ້ວຍ ຈານ 30 ໃບ ສາດໃຫຍ່ 6 ຜືນ ມຸ້ງ 6 ດາງ ແລະ ໝໍ້ແກງ 3 ໜ່ວຍ ລວມມູນຄ່າທັງໝົດ 6.990.000 ກີບ ກ່າວມອບໂດຍ ທ່ານນາງ ພູລະຫົງ ຈັນທະວົງ ຫົວໜ້າຫ້ອງການ ຮສສ ເມືອງໄຊເສດຖາ ແລະ ຮັບໂດຍຄອບຄົວທີ່ຖືກໄຟໄໝ້ເຮືອນ ມີອຳນາດການປ້ອງຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.