ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນ ກະຊວງ ຜທ ຈະນຳໃຊ້ລະບົບ G-Chat

    ວັນທີ 11 ພະຈິກ 2020 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດເຝິກອົບຮົມການນຳໃຊ້ລະບົບສື່ສານພາກລັດ (G-Chat) ສຳລັບພະນັກງານການນຳຂັ້ນກົມ ທຽບເທົ່າຮອງກົມ ແລະ ຄະນະ ພະແນກພາຍໃນກະຊວງ ເປັນປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີທ່ານ ນາງ ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ ໂທລະຄົມມະນາ ຄົມ ແລະ ການສື່ສານ ພ້ອມບັນດາຫົວໜ້າຮອງຫົວໜ້າຫ້ອງການ ແລະ ຫົວໜ້າ ຮອງຫົວໜ້າພະແນກອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ກະຊວງແຜນການ ແລະ ການລົງທຶນ ເປັນກະຊວງໜຶ່ງທີ່ໄດ້ຮັບບຸລິມະສິດໃນການທົດລອງນຳໃຊ້ລະບົບສື່ສານຂອງພາກລັດ G-Chat ໂດຍເບື້ອງຕົ້ນ ແມ່ນທົດລອງນຳໃຊ້ຢູ່ຫ້ອງການກະຊວງ ຜທ ເລີ່ມແຕ່ທ້າຍເດືອນກຸມພາ 2020 ເປັນຕົ້ນມາ ຈຳນວນ 52 ລາຍຊື່ ພະນັກງານຂັ້ນຄະນະນຳກະຊວງ ຂັ້ນຫົວໜ້າກົມຈຳນວນ 25 ລາຍຊື່ ແລະ ປັດຈຸບັນແມ່ນສຳເລັດການລົງທະບຽບໃຫ້ແກ່ການນຳຂັ້ນຮອງກົມ ແລະ ຄະນະພະແນກຈຳນວນ 237 ລາຍຊື່ ແລະ ໄດ້ເປີດຊຸດເຝິກອົບຮົມການນຳໃຊ້ຂຶ້ນໃນຄັ້ງນີ້.

# ຂ່າວ & ພາບ : ຊິລິການດາ

error: Content is protected !!