ລາວ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19

    ສະຖານເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນໃຫ້ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບສົ່ງອຸປະກອນປ້ອງກັນພະຍາດໂຄວິດ-19 ມູນຄ່າ 1.285.000 ບາດ ຫຼືປະມານ 394 ລ້ານກີບ ໃຫ້ລັດຖະບານ ສປປ ລາວ ເພື່ອນໍາໄປໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ເປັນການສະເຫຼີມສະຫຼອງໂອກາດວັນຄົບຮອບສາຍພົວພັນທາງການທູດໄທ-ລາວ ຄົບຮອບ 70 ປີ.

     ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 10 ພະຈິກ 2020 ຢູ່ສະຖານເອກອັກຄະລາຊະທູດໄທ ປະຈໍາລາວ ກ່າວມອບໂດຍທ່ານນາງ ອຸຣະວະດີ ສິີພິຣົມ ອຸປະທູດລາຊະທູດໄທ ປະຈຳ ລາວ ແລະ ຮັບໂດຍທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ມີທ່ານ ຫຽມ ພົມມະຈັນ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ອຸປະກອນທີ່ມອບຄັ້ງນີ້ ປະກອບມີ ຕູ້ກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ແລະ ເຄື່ອງວັດອຸນຫະພູມແບບອັດຕະໂນມັດຢ່າງລະ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ 5 ຊຸດ ເຊິ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າ ເຈົ້າຄຸນທະຫານລາດກະບັງ ປະເທດໄທ.

    ການມອບອຸປະກອນຄັ້ງນີ້ ຍັງເປັນການສະແດງອອກເຖິງໄມຕີຈິດ ແລະ ຄວາມຜູກພັນຫ່ວງໄຍຈາກປະຊາຊົນຊາວໄທ ທີ່ຊ່ວຍສະໜັບສະໜູນ ຊຸກຍູ້ລະບົບສາທາລະນະສຸກຂອງລາວ ແລະ ເປັນການຮ່ວມມືໄທ-ລາວ ເພື່ອຮ່ວມກັນປ້ອງການແຜ່ລະບາດພະຍາດໂຄວິດ-19 ໃນໂລກ.

    ໄລຍະຜ່ານມາ ໜ່ວຍງານທັງພາກລັດ ແລະ ເອກະຊົນຂອງໄທ ໄດ້ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດໂຄວິດ-19 ມາຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫຼືອເປັນມູນຄ່າກວ່າ 7 ລ້ານບາດ ຫຼືປະມານ 2,14 ຕື້ກີບ.

# ຂ່າວ & ພາບ : ລັດເວລາ

error: Content is protected !!