ເງິນກູ້ຢືມ ເພື່ອສະໜອງທຶນຊຸກຍູ້ທຸລະກິດຂະໜາດນ້ອຍ

    ປັດຈຸບັນ ມີການສະໜັບສະໜູນທຶນຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍ ສປປ ລາວ ລອດພົ້ນຈາກສະພາວະເສດຖະກິດຖົດຖອຍ ອັນເນື່ອງມາຈາກການແຜ່ລະບາດພະຍາດໂຄວິດ-19 ວັນທີ 11 ພະຈິກ 2020 ກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມໃນສັນຍາເງິນກູ້ຢືມເພື່ອສະໜອງທຶນຈໍານວນ 40 ລ້ານໂດລາສະຫະລັດ ປະມານ 371,2 ຕື້ກີບ ໃນຮູບແບບການສະໜອງສິນເຊື່ອສໍາລັບຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອໃຫ້ບັນດາທຸລະກິດຂະໜາດນ້ອຍສາມາດປະກອບທຸລະກິດຂອງຕົນໃນໄລຍະວິກິດຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະເບື້ອງຕົ້ນ ຫຼື ລົງທຶນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ ໂດຍການລົງນາມຂອງທ່ານ ນີໂກລາ ປອນຕາລາ ຫົວໜ້າຫ້ອງການທະນາຄານໂລກ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທຶນຊ່ວຍເຫຼືອຈໍານວນດັ່ງກ່າວ ຈະສະໜອງຜ່ານໂຄງການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະ ການຟື້ນຟູຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນການຮ່ວມເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍ ອັນເປັນຜົນຍ້ອນການແຜ່ລະບາດເຊື້ອພະຍາດໂຄວິດ-19.

    ໃນໄລຍະທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ນີ້ ລັດຖະບານໄດ້ມີມາດຕະການໃນການຢຸດຕິກູ້ຢືມມານໍາໃຊ້ເຂົ້າໃນລາຍຈ່າຍບໍລິຫານປົກກະຕິຕາມກົດໝາຍ ພ້ອມນັ້ນ ກໍຈະໃຫ້ການກໍາຈັດກູ້ຢືມມາລົງທຶນໃນຕໍ່ໜ້າ ແຕ່ການກູ້ຢືມເພື່ອຊ່ວຍສໍາລັບຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຟື້ນຟູ ແລະ ກະຕຸ້ນເສດຖະກິດ ແນໃສ່ຮັກສາການຈ້າງງານໃນໄລຍະນີ້ ເຊິ່ງມີຄວາມຈໍາເປັນ ແລະ ສໍາຄັນ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!