ນວ ເປີດຂະບວນການສັກຢາປ້ອງກັນພະຍາດສັດ

    ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບເມືອງປາກງື່ມ ນວ ຈັດພິທີເປີດຂະບວນການສັກຢາກັນພະຍາດສັດ ເນື່ອງໃນໂອກາດວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ປະຈໍາປີ 2020 ຂຶ້ນວັນທີ 11 ພະຈິກ 2020 ຢູ່ບ້ານທ່າກົກໄຮ ເມືອງປາກງື່ມ ໂດຍມີທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຫຼ້າສາຍ ນວນທາສິງ ກ່າວວ່າ: ວຽກງານສັກຢາກັນພະຍາດສັດ ຖືເປັນມາດຕະຖານປ້ອງກັນໜຶ່ງທີ່ຈຳເປັນ ແລະ ມີປະສິດທິຜົນສູງໃນການປ້ອງກັນພະຍາດສັດ ໂດຍເຫັນໄດ້ຄວາມສຳຄັນຄືດັ່ງກ່າວ ໃນທຸກໆປີ ພັກ ແລະ ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 11 ພະຈິກ ເປັນວັນເປີດຂະບວນການສັກຢາກັນພະຍາດສັດແຫ່ງຊາດ ແລະ ລະບຸໄວ້ໃນກົດໝາຍວ່າດ້ວຍການລ້ຽງລັດ ແລະ ສັດຕະວະແພດ ຄຽງຄູ່ກັນນີ້ ເມື່ອມາຮອດວັນດັ່ງກ່າວຂອງແຕ່ລະປີ ຂະແໜງກະສິກຳ ແລະ ປ່າໄມ້ ກໍໄດ້ເປັນເຈົ້າການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຈັດກິດຈະກຳດັ່ງກ່າວ ແລະ ປຸກລະດົມໃຫ້ຄອບຄົວຜູ້ລ້ຽງສັດ ແລະ ຜູ້ປະກອບການ ປະກອບສ່ວນເຂົ້າໃນຂະບວນການດັ່ງກ່າວຢ່າງຕັ້ງໜ້າ ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້.

    ປີ 2019 ຜ່ານມາ ທົ່ວ ນວ ມີສັດໄດ້ຮັບການສັກຢາກັນພະຍາດທັງໝົດ 1.813.811 ໂຕ ໃນນັ້ນ ມີຄວາຍ 7.803 ໂຕ ງົວ 42.619 ໂຕ ແບ້ 8.030 ໂຕ ໝູ 201.795 ໂຕ ໝາ 21.137 ໂຕ ແລະ ສັດປີກ 1.570.779 ໂຕ.

    ສໍາລັບປີ 2020 ເພື່ອຮັບປະກັນໃຫ້ແກ່ຝູງສັດລ້ຽງໄດ້ຮັບການຂະຫຍາຍຕົວຢ່າງສະໝໍ່າສະເໝີ ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ວາງຕົວເລກຄາດໝາຍສັກຢາກັນພະຍາດໃຫ້ໄດ້ແຕ່ລະປະເພດສັດຄື: ສັດໃຫຍ່ປະເພດ ງົວ-ຄວາຍ ແລະ ສັດນ້ອຍປະເພດ ແບ້-ໝູ ທີ່ລ້ຽງເປັນຟາມຕ້ອງໄດ້ຮັບການສັກຢາກັນພະຍາດໃຫ້ໄດ້ຫຼາຍກວ່າ 90% ແລະ ສັດລ້ຽງຂອງປະຊາຊົນທົ່ວໄປໃຫ້ໄດ້ 70% ແລະ ສູ້ຊົນໃຫ້ອັດຕາການເຕີບໂຕຂອງຝູງສັດລ້ຽງບັນລຸ 3% ເພື່ອແນໃສ່ການປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ນວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.

# ຂ່າວ & ພາບ : ລັດເວລາ

error: Content is protected !!