ຖວທ ນວ ປະເມີນຜົນພະນັກງານ-ລັດຖະກອນ

    ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຈັດກອງປະຊຸມວິທີຈັດຕັ້ງປະຕິບັດ ປະເມີນຜົນພະນັກງານ-ລັດຖະກອນ ຂຶ້ນໃນວັນທີ 11 ພະຈິກ 2020 ທີ່ຫ້ອງປະຊຸມພະແນກຂອງຕົນ ເປັນປະທານຂອງທ່ານ ບົວລີ ແກ້ວມະນີວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີບັນດາຜູ້ຕາງໜ້າຂະແໜງການກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມ.

    ກອງປະຊຸມປະເມີນຜົນ ພະນັກງານ-ລັດຖະກອນຄັ້ງນີ້ ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາ ຂອງດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ກ່ຽວກັບຂະບວນການຂອງການປະເມີນຜົນ ເພື່ອອະທິບາຍ ແນະນໍາ ບັນດາຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງປະຕິບັດການປະເມີນຂອງພະນັກງານ-ລັດຖະກອນ ໃຫ້ລະອຽດ ຈະແຈ້ງ ຮັດກຸມ ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ ເພື່ອເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂອງບັນດາກະຊວງ ອົງການທຽບເທົ່າ ກະຊວງຂັ້ນສູນກາງ ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບວິທີການ ຂັ້ນຕອນ ຂອງການປະເມີນຜົນໃຫ້ມີຄຸນນະພາບ ເພື່ອໃຫ້ຜົນການປະເມີນ ສາມາດນໍາໃຊ້ເຂົ້າໃນວຽກງານພັດທະນາ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບເງື່ອນໄຂຄວາມຕ້ອງການຂອງການຈັດຕັ້ງແຕ່ລະໄລຍະ.

    ກອງປະຊຸມຍັງໄດ້ຮັບຟັງຜ່ານເອກະສານ ຄວາມສໍາຄັນຂອງການປະເມີນພະນັກງານ-ລັດຖະກອນ ແນະນໍາວິທີການປະເມີນຈາກທ່ານ ບຸນທະວີ ນະວົງ ຮອງຫົວໜ້າຂະແໜງຄຸ້ມຄອງລັດຖະກອນ ພະແນກພາຍໃນ ຈາກນັ້ນ ກອງປະຊຸມຍັງໄດ້ສົນທະນາແລກປ່ຽນຄວາມເຫັນຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປະເມີນຜົນພະນັກງານ-ລັດຖະກອນມີຄວາມຖືກຕ້ອງ ແລະ ຊັດເຈນທີ່ສຸດ.

# ຂ່າວ & ພາບ : ວຽງມາ

error: Content is protected !!