ພະແນກການງານເງິນນະຄອນຫຼວງວຽງຈັນ ຈັດເຝິກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຂຶ້ນໃນວັນທີ 10 ພະຈິກ 2020 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ສີສຸພັນ ໄຊປັນຍາ ຮອງຫົວໜ້າພະແນກ ການເງິນນະຄອນຫຼວງວຽງຈັນ ມີບັນດານັກສໍາມະນາກອນທີ່ມາຈາກສ່ວຍສາອາກອນ ຄັງເງິນແຫ່ງຊາດປະຈໍານະຄອນຫຼວງວຽງຈັນ ກອງຄຸ້ມຄອງພາສີເຂດ IV ວິທະຍາກອນຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງພະແນກກການເງິນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ສີສຸພັນ ໄຊປັນຍາ ກ່າວວ່າ: ນັບວ່າເປັນໂອກາດອັນດີ ທີ່ພວກທ່ານໄດ້ມາສ້າງຄວາມຮັບຮູ້ ເຂົ້າໃຈ ເຖິງຄວາມໝາຍ ຄວາມສໍາຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຄວາມອັນ ຕະລາຍຂອງອັກຄີໄພ ວິທີການໜີໄພຢ່າງຖືກຕ້ອງ ສ້າງຄວາມເຂົ້າໃຈເຖິງຄວາມຮູ້ພື້ນຖານທີ່ຈໍາເປັນ ເພື່ອສາມາດປ້ອງກັນການເກີດອັກຄີໄພ ແລະ ສາມາດແກ້ໄຂສະຖານະການສຸກເສີນເມື່ອເກີດອັກຄີໄພ ສາມາດແກ້ໄຂທັນເວລາ ແລະ ທັນເຫດການ ພ້ອມທັງຮັບເອົາບົດຮຽນໃໝ່ໆນໍາວິທະຍາກອນຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອມີສະຕິ ມີພິກໄຫວໃນເວລາເກີດເຫດການສຸກເສີນ ໃຫ້ສາມາດຮັບມື ແລະ ແກ້ໄຂໄດ້ທັນເວລາ.

ນະໂອກາດນີ້ ຂ້າພະເຈົ້າຕາງໜ້າຄະນະນໍາຈາກຂະແໜງການເງິນນະຄອນຫຼວງວຽງຈັນ ຂໍສະແດງຄວາມຊົມເຊີຍມາຍັງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ທີ່ໄດ້ເອົາໃຈໃສ່ລົງຊຸກຍູ້ ຕິດຕາມ ຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ຂະແຫນງການເງິນພວກເຮົາ ແລະ ຊຸດເຝິກອົບຮົມຄັ້ງນີ້ ເປົ້າໝາຍແມ່ນເພື່ອສ້າງໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນຂະແໜງການເງິນນະຄອນຫຼວງວຽງຈັນ ພວກເຮົາໃຫ້ມີຄວາມເຂັ້ມແຂງທາງດ້ານວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ພາຍໃນຄອບຄົວ ແລະ ສໍານັກງານ ເພື່ອສາມາດຮັບມືໄດ້ຕໍ່ເຫດການທີ່ບໍ່ເພິ່ງປາດຖະໜາທີ່ອາດຈະເກີດຂຶ້ນໄດ້ທຸກເວລາ.

ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງບັນດາສໍາມະນາກອນທຸກໆທ່ານ ຈົ່ງໄດ້ຍົກສູງຄວາມຮັບຜິດ ຊອບໃນການເກັບກໍາເອົາຄວາມຮູ້ຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອນໍາໄປຈັດຕັ້ງປະຕິ ບັດໃນຂະແໜງການຂອງຕົນ ກໍຄືໃນຄອບຄົວໃຫ້ເກີດປະໂຫຍດສູງສຸດ.

ພາຍຫຼັງສໍາເລັດການເຝິກອົລຮົມພາກທິດສະດີແລ້ວ ນັກສໍາມະນາກອນຍັງໄດ້ຮຽນຮູ້ພາກປະຕິບັດຕົວຈິງ ໂດຍສະເພາະວິທີການຕ່າງໆໃນການປ້ອງກັນ ສະກັດກັ້ນ ແລະ ຕ້ານອັກຄີໄພ ອີກດ້ວຍ.
# ຂ່າວ & ພາບ : ສີພອນ: