
ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ຖະແຫຼງຂ່າວໃນວັນທີ 31 ມີນາ 2020 ທີ່ກະຊວງສາທາລະນະສຸກ ໂດຍການຖະແຫຼງຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ: ມາຮອດວັນທີ 31 ມີນາ 2020 ສປປ ລາວ ຍັງບໍ່ພົບກໍລະນີ ຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມຂຶ້ນ ລວມຍອດຜູ້ຕິດເຊື້ອທັງໝົດ ຍັງ 9 ຄົນຄືເກົ່າ ເຊິ່ງໃນ ວັນທີ 30 ມີນາ ມີກໍລະນີສົງໄສ ທັງໝົດ 31 ກໍລະນີ ຄື: ນະຄອນຫຼວງວຽງຈັນ 23 ກໍລະນີ ແຂວງຫຼວງພະບາງ ຈຳປາສັກ ແຂວງລະ 2 ກໍລະນີ ແຂວງຜົ້ງສາລີ ສາລະວັນ ໄຊຍະບູລີ ເຊກອງ ແຂວງລະ 1 ກໍລະນີ ທັງໝົດນັ້ນໄດ້ເກັບຕົວຢ່າງມາກວດ ແລະ ຜົນອອກມາເປັນລົບ ທັງໝົດ 31 ກໍລະນີ.

ພ້ອມດຽວກັນນັ້ນພວກເຮົາກໍມີຂໍ້ມູນກ່ຽວກັບຜູ້ສຳພັດໃກ້ຊິດກັບ 9 ຄົນທີ່ພົບເຊື້ອມີທັງໝົດ 183 ຄົນ ຄື:
ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງ 11 ຄົນ ຫຼວງພະບາງ 10 ແລະ ອຸດົມໄຊ 24 ຄົນ ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ນະຄອນຫຼວງ.
ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ນະຄອນຫຼວງ.
ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ນະຄອນຫຼວງ.
ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ນະຄອນຫຼວງ.
ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ນະຄອນຫຼວງ.
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວພວກເຮົາຈະຕ້ອງໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ຈະມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.
ອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍ ທັງໝົດ 9 ຄົນ: 6 ຄົນ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 3 ຄົນ ຢູ່ໂຮງໝໍຫຼວງພະບາງ ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.