
ແຂວງຄຳມ່ວນ ເປັນແຂວງໜຶ່ງທີ່ໄດ້ຕັ້ງໜ້າຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19.

ວັນທີ 30 ມີນາ 2020 ທີ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ໂດຍເປັນປະທານຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ມີຄະນະສະເພາະກິດຂັ້ນຄວບຄຸມ ສະກັດກັ້ນການລະບາດຂັ້ນແຂວງ ຂັ້ນເມືອງເຂົ້າຮ່ວມ.

ທ່ານ ວົງເພັດ ຈິດປັນຍາ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຮ່າງຄຳສັ່ງແນະນຳຂອງແຂວງຄຳມ່ວນ ວ່າດ້ວຍການຜັນຂະຫຍາຍຄຳສັ່ງສະບັບເລກທີ 06/ນຍ ໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາພະແນກການ ແລະ ເມືອງເອົາໃຈໃສ່ຄື: ມອບໃຫ້ຄະນະສະເພາະກິດຂັ້ນແຂວງ ຂັ້ນເມືອງ ຕິດຕາມ ສະຫຼຸບຕີລາຄາ ລາຍງານສະພາບການ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ມອບໃຫ້ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບສະເພາະກິດ ສືບຕໍ່ຕິດຕາມມາດຕະການປິດບັນດາກິດຈະການຮ້ານບັນເທີງ ຄາຣາໂອເກະ ຖ້າພົບເຫັນພາກສ່ວນໃດຍັງສືບຕໍ່ ແມ່ນໃຫ້ມີມາດຕະການຢ່າງເດັດຂາດ ປະສານສົມທົບກັບຫ້ອງການ ຖວທ ເມືອງ ແລະ ບັນດາບ້ານໃນການເຜີຍແຜ່ໂຄສະນາຄຳສັ່ງຕ່າງໆກ່ຽວກັບການປ້ອງກັນຜ່ານທາງສື່ວິທະຍຸ ໜັງສືພິມ ໂທລະພາບ ໂທລະໂຄ່ງປະຈຳບ້ານ ແລະ ສື່ອື່ນໆໃຫ້ປົກກະຕິ ເພີ່ມທະວີການຕິດຕາມ ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຢ່າງເຂັ້ມງວດ ຖ້າພົບເຫັນກໍລະນີສວຍໂອກາດຂຶ້ນລາຄາ ກັກຕຸນສິນຄ້າ ແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍ ມອບໃຫ້ກຳລັງ ປກຊ-ປກສ ຈັດຕັ້ງກຳລັງລົງຊຸກຍູ້ຕິດຕາມກວດກາເວນຍາມ ການເຂົ້າ-ອອກຂອງພົນລະເມືອງຢູ່ຕາມຊາຍແດນແມ່ນ້ຳຂອງຢ່າງເຂັ້ມງວດ ຕິດຕາມກວດກາການເຄື່ອນໄຫວໄປ-ມາຂອງພົນລະເມືອງຢູ່ບັນດາເທສະບານ ເມືອງ ແລະ ໃນແຕ່ລະບ້ານ ຢ່າງເຂັ້ມງວດ ພ້ອມນີ້ກໍໃຫ້ປິດບັນດາໂຮງງານຕ່າງໆທີ່ມີຄວາມສ່ຽງໃນການລະບາດ ຍົກເວັ້ນໂຮງງານຜະລິດສິນຄ້າ ເຄື່ອງບໍລິໂພກ ແຕ່ຕ້ອງມີການຄຸ້ມຄອງຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ແລະ ບັນດາຂໍ້ຫ້າມຕ່າງໆ ແມ່ນໃຫ້ປະຕິບັດຕາມສຳສັ່ງສະບັບເລກທີ 6/ນຍ ລົງວັນທີ 29 ມີນາ 2020 ຢ່າງເຂັ້ມງວດ.