ໃຫ້ຄວາມຮູ້ກ່ຽວກັບ 5G ເຕັກໂນໂລຊີໃໝ່ ພັດທະນາເພື່ອການສຶກສາໃນອະນາຄົດ

    ວັນທີ 6 ພະຈິກ 2020 ທີ່ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດໂສກປ່າຫຼວງ) ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຮ່ວມກັບ ບໍລິສັດ ຫົວເວີຍ ເຕັກໂນໂລຊີ ຈໍາກັດຜູ້ດຽວ (ລາວ) ໄດ້ຈັດງານບັນລະຍາຍໃນຫົວຂໍ້: “5G ເຕັກໂນໂລຊີໃໝ່ ພັດທະນາເພື່ອການສຶກສາໃນອະນາຄົດ” ໃຫ້ກັບຄະນະຄູອາຈານ ແລະ ນັກສຶກສາ ຄະນະວິສະວະກໍາສາດ ເປັນປະທານຮ່ວມຂອງທ່ານ ຄໍາຜູຍ ສຸດທິສົມບັດ ຄະນະບໍດີ ຄະນະວິສະວະກໍາສາດ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ທ່ານ Kevin Hu ປະທານ ບໍລິສັດ ຫົວເວີຍ ເຕັກໂນໂລຊີ ຈໍາກັດ (ລາວ) ມີນັກວິຊາການຜູ້ບັນລະຍາຍ ຄະນະຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. 

    ໃນການຈັດງານບັນລະຍາຍຄັ້ງນີ້ ເພື່ອເປັນການອັບເດດຂໍ້ມູນຂ່າວສານດ້ານໂທລະຄົມມະນາຄົມ ແລະ ໃຫ້ຄວາມຮູ້ແກ່ຄູອາຈານ ແລະ ນັກສຶກສາພາກວິຊາວິສະວະກໍາເອເລັກໂຕຣນິກ ແລະ ໂທລະຄົມ ໃຫ້ມີຄວາມເຂົ້າໃຈແຈ້ງ ກ່ຽວກັບຄວາມກ້າວໜ້າ ຄວາມທັນສະໄໝ ແລະ ປະສິດທິພາບຂອງເຕັກໂນໂລຊີ 5G ໃຫ້ຫຼາຍຂຶ້ນ ພ້ອມທັງເປັນການຍົກສູງການຖ່າຍທອດຄວາມຮູ້ ສົ່ງເສີມຄວາມເຂົ້າໃຈ ໝູນໃຊ້ຜົນປະໂຫຍດຂອງຂະແໜງການສື່ສານໂທລະຄົມມະ ນາຄົມ ພ້ອມທັງຊຸກຍູ້ການກໍ່ສ້າງ ແລະ ການເຂົ້າຮ່ວມປະຊາຄົມດ້ານດິຈິຕອນຢູໃນພາກພື້ນ ເພື່ອເປັນການສ້າງ ແລະ ພັດທະນາບຸຄະລາກອນໃຫ້ມີຄຸນນະພາບ.

error: Content is protected !!