ລາວ ສ້າງລາຍຮັບຈາກການສົ່ງອອກຜະລິດຕະພັນກາເຟ 100 ລ້ານໂດລາສະຫະລັດຕໍ່ປີ

    ປັດຈຸບັນ ກາເຟກາຍເປັນຜະລິດຕະພັນທີ່ສຳຄັນ ແລະ ເປັນສິນຄ້າສົ່ງອອກທີ່ສາມາດສ້າງລາຍຮັບອັນມະຫາສານໃຫ້ປະເທດລາວ ສະເລ່ຍ 100 ລ້ານໂດລາສະຫະລັດຕໍ່ປີ ພ້ອມທັງສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຈຳນວນຫຼາຍ. 

    ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ໃນໂອກາດສະເຫຼີມງານກາເຟລາວ ເມື່ອບໍ່ດົນມານີ້ວ່າ: ສຳລັບປະເທດລາວ ໂດຍສະເພາະຢູ່ພາກໃຕ້ ເຂດພູພຽງບໍລະເວນ ການປູກກາເຟຖືວ່າໄດ້ຮັບການພັດທະນາກ້າວໜ້າ ສາມາດຊ່ວຍເສີມສ້າງເສດຖະກິດ ແລະ ມີໂຄງສ້າງດ້ານການຈັດຕັ້ງການຜະລິດທຸລະກິດກາເຟຢ່າງກວ້າງຂວາງ ສ່ວນຢູ່ພາກເໜືອ ຍັງມີຫຼາຍຢ່າງເປັນສິ່ງທ້າທາຍຫຼາຍ ເປັນຕົ້ນ ພື້ນຖານໂຄງລ່າງມີຄວາມສູງຊັນ ເຫວເລິກ ບວກກັບຄວາມຮູ້ດ້ານວິຊາການ ດ້ານການພັດທະນາການປູກກາເຟຍັງມີຈຳກັດ ແຕ່ຍັງມີກາລະໂອກາດ ແລະ ສິ່ງເອື້ອອຳນວຍທີ່ບົ່ມຊ້ອນຫຼາຍ ເຊັ່ນ: ດ້ານພະລັງງານການພັດທະນາ ບົນພື້ນຖານການພັດທະນາແບບຍືນຍົງ ຍ້ອມມີຄວາມອຸດົມສົມບູນ ຊັບສົມບັດອັນລ້ຳຄ່າດ້ານທຳມະຊາດ ວັດທະນະທຳ ຮີດຄອງປະເພນີ ແລະ ປະຫວັດສາດ ເຮັດໃຫ້ພາກເໜືອມີການພັດທະນາດີຂຶ້ນ ການເຕີບໂຕດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ກາເຟແມ່ນໜຶ່ງໃນບັນດາຜະລິດຕະພັນທີ່ມີຜູ້ບໍລິໂພກເພີ່ມຂຶ້ນຢູ່ໃນໂລກ ກໍຄືໃນລາວ ປັດຈຸບັນ ກາເຟລາວໄດ້ຮັບການຊຸກຍູ້-ສົ່ງເສີມດ້ວຍການປັບປຸງຜະລິດຕະພັນໃຫ້ມີຫຼາຍຜະລິດຕະພັນ ແລະ ໂຄສະນາຜະລິດຕະພັນໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ຈົນກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ ທັງເປັນທີ່ຍອມຮັບຈາກພາກພື້ນ ແລະ ສາກົນ. 

    ທົ່ວປະເທດ ມີເນື້ອທີ່ປູກກາເຟປະມານ 100.000 ເຮັກຕາ ຜົນຜະລິດໄດ້ 100.000 ກວ່າໂຕນຕໍ່ປີ ໃນນີ້ ການຜະລິດກວມເອົາ 90% ແມ່ນຢູ່ພາກກາງ ແລະ ພາກໃຕ້ ສ່ວນພາກເໜືອ ກວມເອົາພຽງ 10% ສະເພາະບັນດາແຂວງພາກເໜືອ ມີປະມານ 25.000 ຄອບຄົວ ໄດ້ຮັບຜົນປະໂຫຍດ ແລະ ປະມານ300.0000 ຄົນ ໄດ້ອອກແຮງງານ ທັງມີລາຍຮັບຈາກການຜະລິດ ແລະ ປຸງແຕ່ງກາເຟ. 

                # ຂ່າວ & ພາບ: ສະບາໄພ

error: Content is protected !!