ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວວຽງຈັນ ໄດ້ຂຶ້ນສະເໜີການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 1184/ຈນວ ລົງວັນທີ 20 ທັນວາ 2017 ໃນກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ ໃນວັນທີ 28 ຕຸລາ 2020 ເຊິ່ງມີບາງຕອນກ່າວວ່າ: ໃນໄລຍະຜ່ານມາ ພະແນກ ຍທຂ ພວກເຮົາໄດ້ສ້າງຕັ້ງໜ່ວຍງານຈັດສັນຄວາມເປັນລະບຽບຮຽບຮ້ອຍ (ໜ່ວຍງານຕິດຕາມ ແລະ ກວດກາ) ເຊິ່ງຈຸດປະສົງກໍເພຶ່ອເລັ່ງໃສ່ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນຕາມເສັ້ນທາງສາຍຫຼັກ ລວມມີ 21 ເສັ້ນທີ່ຂື້ນກັບ 6 ເມືອງໃນ ເພື່ອແນໃສ່ເຮັດໃຫ້ຕົວເມືອງມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ຕາມຄຳຂວັນ 6 ສ ທີ່ທາງນະຄອນຫຼວງວຽງຈັນວາງອອກ.

ໜ່ວຍງານດັ່ງກ່າວ ແມ່ນໄດ້ລົງປະຕິບັດວຽກງານຕົວຈິງເປັນປະຈຳແຕ່ລະມື້ ເປັນຕົ້ນແມ່ນ: ກວດກາການປຸກສ້າງ ການຖົມດິນ ການວາງວັດສະດຸກໍ່ສ້າງໃສ່ທາງຍ່າງ ການຕໍ່ເຕີມເທີບ-ເງີບທີ່ກວມເຂດສະຫງວນທາງ ລົດບັນທຸກຫີນແຮ່ຊາຍ-ເບຕົງແຫຼວ ທີ່ສ້າງຄວາມເປື້ອນເປີະໃສ່ເສັ້ນທາງ ແລະ ຄົນຂາຍເຄື່ອງຕາມແຄມທາງ ໄດ້ມີການປະສານສົມທົບກັບບັນດາຄະນະກຳມະການຂອງເມືອງ ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງສາຍຫຼັກ ແລະ ລົງເຜີຍແຜ່ຕິນິກຳຕ່າງໆ ຕາມການແບ່ງຂັ້ນຄຸ້ມຄອງ ລະຫວ່າງຂັ້ນ ຍທຂ ນະຄອນຫຼວງ ກັບຫ້ອງການ ຍທຂ ປະຈຳເມືອງ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ສະບັບເລກທີ2241/ຍທຂ ລົງວັນທີ 31 ມັງກອນ 2019. ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ເບື້ອງຕົ້ນໄດ້ເປີດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ເພື່ອປຶກສາຫາລືກ່ຽວກັບແຜນວຽກ ເພື່ອຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ວິທີການແກ້ໄຂບັນຫາຕ່າງໆຢູ່ຕາມເສັ້ນທາງສາຍຕ່າງໆໄດ້ອອກແຈ້ງການ ສະບັບເລກທີ 21/ຍທຂ ລົງວັນທີ 5/01/2016 ແລະ ສະບັບເລກທີ 833/ຍທຂ ລົງວັນທີ 29/01/2015 ກ່ຽວກັບການຫ້າມຖົມດິນ ບໍ່ໃຫ້ກວມເອົາເຂດສະຫງວນຂອງທາງ ການຕິດຕັ້ງປ້າຍໂຄສະນາບໍ່ຖືກລະບຽບ ແລະ ໄດ້ນຳເອົາແຈ້ງການດັ່ງກ່າວອອກໂຄສະນາທາງສື່ເຊັ່ນ: ໂທລະພາບ ໜັງສືພິມ ແລະ ມອບໃຫ້ທາງຫ້ອງການ ຍທຂ ປະຈຳເມືອງ ແລະ ນາຍບ້ານທີ່ຈະເຮັດວຽກ ຈັດສັນລົງໄປລະດົມໃຫ້ບັນດາເປົ້າໝາຍໃຫ້ການຮ່ວມມືຍົກຍ້າຍອອກ ມອບໃຫ້ເມືອງອອກແຈ້ງການໃນນາມເຈົ້າເມືອງ ແຈ້ງເຖິງກຸ່ມບ້ານ ເລຂາພັກບ້ານ ໄປເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ໃຫ້ການຮ່ວມມື ໄດ້ສົມທົບກັບໜ່ວຍສະເພາະກິດຂອງແຕ່ລະເມືອງ ໄດ້ລົງພ້ອມກັນລົງກວດກາຕາມສະຖານທີ່ຕົວຈິງ ແລະ ພ້ອມທັງເຮັດບົດບັນທຶກກ່າວເຕືອນ ແລະ ໃຫ້ຜູ້ປະກອບການລົງລາຍເຊັນຮັບຮູ້ ກ່ຽວກັບການລະເມີດລະບຽບ ເຊັ່ນ: ຕໍ່ເທີບ-ເງີບ ກອງຫີນ-ກອງຊາຍ ວາງຂາຍເຄື່ອງຕາມແຄມທາງ ການຕິດຕັ້ງປ້າຍໂຄສະນາ ແລະ ອື່ນໆທີ່ເຫັນວ່ານອນຢູ່ໃນເຂດສະຫງວນຂອງທາງ ສ້າງຄວາມບໍ່ເປັນລະບຽບ-ຮຽບຮ້ອຍ ກຳນົດໃຫ້ຍົກຍ້າຍອອກພາຍໃນ 15 ວັນ ເຊິ່ງນັບແຕ່ມື້ໄດ້ເຮັດບົດບັນທຶກກັນ.

ນັບແຕ່ຕົ້ນປີ 2018 ເປັນຕົ້ນມາ ສາມາດຈັດຕັ້ງປະຕິບັດໄດ້ຄື: ກອງວັດສະດຸກໍ່ສ້າງໃສ່ເຂດສະຫງວນຂອງທາງ ແລະ ທາງຄົນຍ່າງ ລວມທັງໝົດມີ 220 ກໍລະນີ ຕູບທີ່ຕັ້ງຢູ່ເຂດສະຫງວນແຄມຂອງ 49 ກໍລະນີ ລົງເກັບກຳຂໍ້ມູນການຖົມດິນ 130 ກໍລະນີ ແກ້ໄຂບັນຫານ້ຳຖ້ວມ ໄດ້ 10 ກໍລະນີ ລົງແກ້ໄຂການຮ້ອງຟ້ອງ ແລະ ການສະເໜີຂອງປະຊາຊົນກ່ຽວກັບການປຸກສ້າງກະທົບກັບຂ້າງຄຽງລວມມີ 120 ກວ່າກໍລະນີ ເຊີນຜູ້ປະກອບການທີ່ກໍ່ສ້າງ ແລະ ດຳເນີນກິດຈະການບໍ່ຖືກລະບຽບ ມາປະຊຸມປຶກສາຫາລືແກ້ໄຂບັນຫາລວມ 150 ກວ່າຄັ້ງ ຮື້ຖອນເທີບ-ເງີບ ແລະ ສິ່ງກີດຂວາງຕ່າງໆຢູ່ຕາມເສັ້ນທາງສາຍຫຼັກຂອງແຕ່ລະເມືອງ ໄດ້ຈຳນວນ 2.932 ກໍລະນີ ໄດ້ລົງຕັດປ້າຍໂຄສະນາທີ່ຕັ້ງບໍ່ຖືກຕ້ອງຕາມລະບຽບການຢູ່ຕາມຖະໜົນສາຍຕ່າງໆຄື: ຖະໜົນເບີ 1 ແຕ່ບ້ານທາດຂາວ-ສາມແຍກຈີ່ນາຍໂມ້ ຖະໜົນສຸພານຸວົງ ຖະໜົນເຕສອງ ຖະໜົນ 13 ເໜືອ ນັບແຕ່ ເມືອງສີໂຄດຕະບອງ ຫາ ເມືອງນາຊາຍທອງ ຮອດຊາຍແດນແຂວງວຽງຈັນ ຖະໜົນ 13 ໄຕ້ ເມືອງໄຊທານີ ຮອດກິໂລແມັດຫຼັກ 25 ໄດ້ລົງສຳຫຼວດການກຳນົດຈຸດຜ້າຂ້າມທາງຢູ່ຕາມເສັ້ນທາງທີ່ເໝາະສົມ ເພື່ອກຳນົດເປັນບ່ອນຂື້ນໂຄສະນາ ໃຫ້ມີຄວາມສວຍງາມ ແລະ ເພື່ອຄຸ້ມຄອງງ່າຍ. ໄດ້ລົງສຳຫຼວດການຖົມດິນຂອງປະຊາຊົນຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ສັ່ງຢຸດເຊົາຜູ້ຖົມດິນຜິດລະບຽບ ເປັນຕົ້ນ ການກວມເອົາເຂດສະຫງວນຂອງທາງຕັນຮ່ອງລະບາຍນ້ຳເຊັ່ນວ່າ: ໄດ້ສັ່ງຢຸດເຊົາຈົກດິນຮ່ອງນ້ຳບຶງທາດຫຼວງ ການຖົມດິນຢູ່ບ້ານນາໄຫ ໂຄງ ການຈົກຮ່ອງແປະທາງເຂົ້າບ້ານສີຖານໃຕ້ ເມືອງຫາດຊາຍຟອງ ບ້ານພະຂາວ-ເມືອງໄຊທານີ ບ້ານດອນແດງ ເມືອງຈັນທະບູລີ ບ້ານສວນມອນເມືອງສີສັດຕະນາກ ບ້ານນາແຮ່ ເມືອງສີໂຄດຕະບອງ ແລະ ບ້ານດົງຊຽງດີ-ເມືອງນາຊາຍທອງໄດ້ຍົກຍ້າຍຕູ້ເອທີເອັມ ທີ່ຕັ້ງຢູ່ແຄມທາງໂພນຕ້ອງຈອມມະນີ (ທາງໜ້າໂຮງໝໍ 150 ຕຽງ) ເຊິ່ງພາໃຫ້ມີຄວາມແອອັດ ສາມາດຍົກຍ້າຍອອກໄດ້ທັງໝົດ 9 ຕູ້.


# ພາບ & ຂ່າວ: ເພັດສະໝອນ