ພິທີເປີດປ້າຍບໍລິສັດ ແຄຣຕີ້ ສະຕາຣ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ ຈັດຂຶ້ນວັນທີ 26 ຕຸລາ 2020 ທີ່ບໍລິສັດດັ່ງກ່າວ ຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນວ ທ່ານ ບຸນໃຈ ເຮີເຊຍລອງກາ ປະທານບໍລິສັດ ແຄຣຕີ້ ສະຕາຣ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະປະທານ ບັນດາຕົວແທນຈຳໜ່າຍ ຜະລິດຕະພັນຂອງບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບຸນໃຈ ເຮີເຊຍລອງກາ ກ່າວວ່າ: ພາຍຫຼັງທີ່ໄດ້ດຳເນີນທຸລະກິດແບບອອນລາຍ ທີ່ກ່ຽວພັນກັບຜະລິດຕະພັນອາຫານເສີມເພື່ອສຸຂະພາບ ພາຍໃຕ້ຍີ່ຫໍ້ເຄທີ້ ມາເປັນເວລາຫຼາຍເດືອນ ເຊິ່ງເຫັນໄດ້ວ່າຜະລິດຕະພັນອາຫານເສີມປະເພດ Wealth collagen moko milk collagen ແລະ comila collagen ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມໃຊ້ຢູ່ພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າເປັນຜະລິດຕະພັນທີ່ເປັນຜົນປະໂຫຍດຕໍ່ສຸຂະພາບຂອງຫຼາຍຄົນ ດ້ວຍເຫດນີ້ ຜູ້ດຳເນີນທຸລະກິດອາຫານເສີມ ຍີ່ຫໍ້ເຄທີ້ ຈຶ່ງຕັດສິນໃຈມາເປີດຕົວເປັນບໍລິສັດຢ່າງເຕັມຕົວ ເພື່ອຂະຫຍາຍຜະລິດຕະພັນດັ່ງກ່າວໃຫ້ກວ້າງອອກ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ດັ່ງນັ້ນ ມາຮອດເວລານີ້ ພວກເຮົາຈຶ່ງໄດ້ມີການເປີດບໍລິສັດຂອງພວກເຮົາຂຶ້ນຢ່າງເປັນທາງການ ເຊິ່ງແນ່ນອນພວກເຮົາກໍໄດ້ຄາດຫວັງວ່າ ພາຍຫຼັງບໍລິສັດ ແຄຣຕີ້ ສະຕາຣ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ຮັບໃຊ້ສັງຄົມຢ່າງເຕັມທີ່ແລ້ວ ຈະມີປະໂຫຍດ ແລະ ຊ່ວຍສ້າງຜູ້ຮັກມັກໃນການດຳເນີນທຸລະກິດ ໃຫ້ປະສົບຜົນສຳເລັດຕາມເງື່ອນໄຂຕົວຈິງ ສາມາດຂະຫຍາຍສາຂາທຸລະກິດຂອງບໍລິສັດໄດ້ຫຼາຍສາຂາ ທັງຢູ່ພາຍໃນ ແລະ ຕ່າງປະເທດ ທັງເປັນການແບ່ງປັນຄວາມຮູ້ ກ່ຽວກັບການສ້າງຄວາມຮັ່ງມີໂດຍຜ່ານຫຼັກສູດລະບົບອອນລາຍ ຕໍ່ກັບບັນດາຕົວແທນຈຳໜ່າຍປະເພດສິນຄ້າຂອງຍີ່ຫໍ້ເຄທີ້ ແລະ ອື່ນໆ.

ສຳລັບປະເພດສິນຄ້າທີ່ບໍລິສັດພວກເຮົານຳເຂົ້າຈາກຕ່າງປະເທດ ປະກອບມີ: ເຄື່ອງບໍລິໂພກ ເຄື່ອງສຳອາງ ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ຄົວເຮືອນ ເຄື່ອງດື່ມ ໜັກ-ເບົາ ຢາປົວພະຍາດສັດ ຢາບຳລຸງສັດ ເຄື່ອງຮັບໃຊ້ອຸດສາຫະກຳຂະໜາດນ້ອຍ ແລະ ກາງ ສ່ວນປະເພດສິນຄ້າສົ່ງອອກມີ: ກາເຟ ໝາກແໜ່ງ ຊາ ຝ້າຍ ຜະລິດຕະພັນຂອງພືດລົ້ມລຸກ ໝາກໄມ້ ເຄື່ອງຫັດຖະກຳພື້ນບ້ານ ແລະ ອີກຫຼາຍໆສິນຄ້າທີ່ບໍ່ຂັດກັບລະບຽບກົດໝາຍ.


# ຂ່າວ & ພາບ: ລັດເວລາ