ວັນທີ 24 ຕຸລາ 2020 ກະຊວງແຜນການ ແລະ ການລົງທຶນ ໄດ້ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ໂດຍຕາງໜ້າມອບຂອງທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານ ຜູ້ປະຈໍາການຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ຕາງໜ້າຮັບໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເມືອງເຊໂປນ.

ເງິນ ແລະ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ມາຈາກການປະກອບສ່ວນຂອງພະນັກງານຢູ່ພາຍໃນກະຊວງແຜນການ-ການ ລົງທຶນ ແລະ ການປະກອບສ່ວນຂອງບາງບໍລິສັດ ເປັນມູນຄ່າລວມທັງໝົດ 119.275.000 ກີບ ໃນນັ້ນ ເປັນເງິນສົດ 100 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 19.275.000 ກີບ.

ໃນທ້າຍປີນີ້ ໄດ້ມີພະຍຸຫຼາຍຫົວພັດຜ່ານປະເທດລາວເຮົາ ໄດ້ເຮັດໃຫ້ເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນຢູ່ຫຼາຍທ້ອງຖິ່ນທາງພາກກາງ ແລະ ພາກໃຕ້ ແລະ ເກີດສະພາບນໍ້າຖ້ວມໜັກໜ່ວງຢູ່ບາງແຂວງ ໂດຍສະເພາະຢູ່ແຂວງສະຫວັນນະເຂດ ມີ 8 ເມືອງຖືກນໍ້າຖ້ວມ ຄື: ເມືອງພີນ ເຊໂປນ ເມືອງນອງ ທ່າປາງທອງ ສອງຄອນ ຈຳພອນ ຊົນນະບູລີ ແລະ ເມືອງວິລະບູລີ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 90 ບ້ານ 2.874 ຄອບຄົວ 15 ພັນກວ່າຄົນ ມີເຮືອນເສຍຫາຍຈຳນວນ 35 ຫຼັງ ນອກນີ້ ພື້ນທີ່ຜົນຜະລິດ ສັດລ້ຽງ ຊົນລະປະທານ ເສັ້ນທາງ ຂົວ ໂຮງຮຽນ ສຸກສາລາ ແລະ ຊັບສິນອື່ນໆເປ່ເພເສຍຫາຍ.
# ຂ່າວ & ພາບ: ຊີລິການດາ