ຈັດງານລະນຶກວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

    ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳ ສປປ ລາວ ໄດ້ຈັດງານລະນຶກວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ (24 ຕຸລາ 1945 – 24 ຕຸລາ 2020) ຂຶ້ນໃນຕອນແລງຂອງວັນທີ 26 ຕຸລາ 2020 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານນາງ ຊາຣາ ເຊັກເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ມີບັນດາການນໍາຂັ້ນສູງຈາກບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ ມີບັນດາເອກອັກຄະລັດຖະທູດ ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 250 ທ່ານ.

    ການສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ໃນຄັ້ງນີ້ ແມ່ນພໍດີກົງກັບຄົບຮອບ 65 ປີ ທີ່ ສປປ ລາວ ເຮົາເຂົ້າເປັນສະມາຊິກຂອງອົງການ ສປຊ (1955-2020) ເຊິ່ງໃນປີນີ້ ອົງການ ສປຊ ໄດ້ສະເຫຼີມ ສະຫຼອງພາຍໃຕ້ຄໍາຂວັນ ອະນາຄົດທີ່ພວກເຮົາຕ້ອງການ ອົງການ ສປຊ ທີ່ພວກເຮົາປາດຖະໜາ ຢັ້ງຢືນຄືນໃໝ່ເຖິງຄວາມໝາຍໝັ້ນລວມຂອງວົງຄະນະຍາດສາກົນ ຕໍ່ການຮ່ວມມືຫຼາຍຝ່າຍ.


  # ພາບ & ຂ່າວ: ສີພອນ

error: Content is protected !!