ທີມນະຄອນຫຼວງ ຕັ້ງເປົ້າເຂົ້າຊີງບານເຕະຕ້ອນວັນຊາດ ຄົບຮອບ 45 ປີ

    ທ່ານ ເວີນສະຫວັນ ສີວິໄຊ ຫົວໜ້າຄູເຝິກໃຫຍ່ ທີມບານເຕະນະຄອນຫຼວງວຽງຈັນ (ນວ) ປະເພດຊາຍ ໃນການເຂົ້າຮ່ວມແຂ່ງຂັນກີລາບານເຕະທົ່ວປະເທດ ເພື່ອຄໍານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃຫ້ສໍາພາດວັນທີ 23 ຕຸລາ 2020 ວ່າ: ສໍາລັບການກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນຄັ້ງນີ້ ພວກເຮົາແມ່ນໄດ້ຄັດເລືອກເອົານັກກີລາທີ່ມີຄວາມສາມາດດີເດັ່ນ ຈາກ 4 ສະໂມສອນໃຫຍ່ ໃນລາວລີກ 2 (ເນື່ອງຈາກນັກກີລາຈາກລາວລີກ 1 ແມ່ນບໍ່ສາມາດເຂົ້າຮ່ວມແຂ່ງຂັນໄດ້) ປະກອບມີ: ເຄພີເອສ ເອັຟຊີ ເມືອງຫາດ ເອັຟຊີ ນວ ເອັຟຊີ ແລະ ເອັສທີທີ ເອັຟຊີ ຈໍານວນ 23 ຄົນ ໃນນັ້ນ ຜູ້ຮັກສາປະຕູ 3 ຄົນ ເຊິ່ງໄດ້ເກັບໂຕເຝິກຊ້ອມມາຕັ້ງແຕ່ວັນທີ 12 ຕຸລາຜ່ານມາ ຢູ່ສະໜາມກີລາເຈົ້າອານຸວົງ ໂດຍໄລຍະ 2 ອາທິດທໍາອິດ ພວກເຮົາໄດ້ເຝິກແອບທາງດ້ານພະລະກໍາລັງ ເຕັກນິກ ຖືວ່າຂ້ອນຂ້າງໄດ້ຮັບຜົນດີ ສ່ວນອາທິດຕໍ່ໄປແມ່ນການພັດທະນາຍຸດທະວິທີການບຸກ ແລະ ຮັບ.

    ສໍາລັບການກະກຽມຄວາມພ້ອມ ພວກເຮົາຈະມີການລົງແຂ່ງຂັນນັດອຸ່ນເຄື່ອງຈໍານວນ 3 ນັດດ້ວຍກັນ ໂດຍນັດທໍາອິດ ຈະພັບກັບແຂວງບໍລິຄໍາໄຊ ໃນວັນທີ 28 ຕຸລາ 2020 ເວລາ 15:00 ໂມງ ຢູ່ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ນັດທີສອງ ວັນທີ 1 ພະຈິກ 2020 ພົບກັບທີມໃນລາວລີກ 1 (ຍັງບໍ່ຮູ້ທີມ ແລະ ເວລາແຂ່ງຂັນ) ແລະ ວັນທີ 3 ພະຈິກ 2020 (ຍັງບໍ່ຮູ້ທີມ ແລະ ເວລາແຂ່ງຂັນ).

    ການແຂ່ງຂັນຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 6-21 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ ສ່ວນທີມນະຄອນຫຼວງວຽງຈັນ ຢູ່ຮ່ວມກຸ່ມ ກ ມີ: ຄຳມ່ວນ ສາລະວັນ ໄຊສົມບູນ ແລະ ຊຽງຂວາງ ໂດຍນັດທໍາອິດ ວັນທີ 7 ພະຈິກ 2020 ຈະພົບກັບແຂວງຊຽງຂວາງ ເວລາ 16:00 ໂມງ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ວັນທີ 9 ພະຈິກ 2020 ພົບກັບແຂວງຄໍາມ່ວນ ເວລາ 15:00 ໂມງ ຢູ່ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ວັນທີ 11 ພະຈິກ 2020 ພົບກັບແຂວງສາລະວັນ ເວລາ 15:00 ໂມງ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ແລະ ວັນທີ 15 ພະຈິກ 2020 ພົບກັ ແຂວງໄຊສົມບູນ ເວລາ 15:00 ໂມງ ຢູ່ສະໜາມກີລາແຫ່ງຊາດ ຫຼັກ 16.


  # ພາບ & ຂ່າວ: ສີພອນ

error: Content is protected !!