ວັນທີ 26 ຕຸລາ 2020 ທີ່ຫ້ອງວ່າການປະທານປະເທດ ທ່ານ ຄໍາຫຼ້າ ລໍລອນສີ ຮອງປະທານກຸ່ມບໍລິສັດພົງສະຫວັນ ຈໍາກັດ ປະທານມູນນິທິພົງສະຫວັນ ມອບເຂົ້າສານ 20ໂຕນ ແລະ ຜ້າຫົ່ມ 500 ຜືນ ມູນຄ່າ220.000.000 ກີບ ເພື່ອຊຸກຍູ້ແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງພາກກາງ ສປປ ລາວ ໂດຍຜ່ານຫ້ອງວ່າການປະທານປະເທດ ຕາງໜ້າຮັບຂອງທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີຫົວໜ້າຫ້ອງວ່າການປະທານປະເທດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


# ພາບ & ຂ່າວ: ຂັນທະວີ