ເທຄວັນໂດ ລາຍການລະດັບຊາດ ເລື່ອນໄປຈັດກາງປີ-ທ້າຍປີ

    ທ່ານ ຈັນ­ທະ​ວົງ ປັນ­ຍາ​ສິ­ລິ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ແຈ້ງ​ໃຫ້​ຊາບ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: ເບື້ອງ​ຕົ້ນ​ສະ­ຫະ­ພັນ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ຈະ​ປະ­ຕິ­ບັດ​ຕາມ​ແຜນ­ການ­ເຄື່ອນ­ໄຫວ​ແຂ່ງ­ຂັນ ເພື່ອ​ພັດ­ທະ­ນາ​ທັບ​ນັກ­ກີ­ລາ​ເທ​ຄວັນ​ໂດ ທັງ​ຮຸ່ນ​ສືບ​ທອດ ແລະ ຮຸ່ນ​ທົ່ວ​ໄປ ປະ­ຈຳ​ປີ 2020 ເພື່ອ​ສະ​ສົມ​ຄະ­ແນນ​ໃຫ້​ນັກ­ກີ­ລາ ສາ­ມາດ​ສ້າງ​ເງື່ອນ­ໄຂ​ເຂົ້າ​ຮ່ວມ​ຄັດ​ເລືອກ​ນັກ­ກີ­ລາ​ທີ່​ມີ​ພອນ​ສະ­ຫວັນ ກ້າວ​ຂຶ້ນ​ໄປ​ທົດ​ແທນ​ນັກ­ກີ­ລາ​ທີມ​ຊາດ ໂດຍ​ສະ­ເພາະ​ຈະ​ຈັດ­ການ​ແຂ່ງ­ຂັນ​ລາຍ­ການ ເບຍ​ລາວ ໂອ​ເພັນ ໃນ​ເດືອນ​ກຸມ­ພາ 2020 ແຕ່​ຍ້ອນ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ­ໜ່ວງ​ໃນ​ທົ່ວ​ໂລກ ຈຶ່ງ​ຈຳ­ເປັນ​ຕ້ອງ​ເລື່ອນ​ການ​ແຂ່ງ­ຂັນ​ອອກ​ໄປ​ຈັດ​ໃນ​ເດືອນ​ກໍ­ລະ­ກົດ 2020 ນອກ­ຈາກ​ລາຍ­ການ​ດັ່ງ­ກ່າວ​ແລ້ວ ໃນ​ທ້າຍ​ປີ 2020 ກໍ​ຍັງ​ຈະ​ສືບ­ຕໍ່​ຈັດ­ການ​ແຂ່ງ­ຂັນ​ເທ​ຄວັນ​ໂດ​ທົ່ວ​ປະ­ເທດ ຊີງ​ຂັນ​ທ່ານ​ເອັກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ຕື່ມ​ອີກ.

    ການ​ແຂ່ງ­ຂັນ​ເທ​ຄວັນ​ໂດ 2 ລາຍ­ການ​ໃຫຍ່ ລະ­ດັບ​ຊາດ​ດັ່ງ­ກ່າວ ຄາດ​ວ່າ​ຈະ​ມີ​ນັກ­ກີ­ລາ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ ເຊິ່ງ​ຄາດ​ວ່າ­ການ​ແຂ່ງ­ຂັນ​ທັງ 2 ລາຍ­ການ ຈະ​ມີ​ການ​ຊີງ​ໄຊ​ກັນ 120 ກວ່າ​ລາຍ­ການ ຈາກ​ປະ­ເພດ​ຕໍ່­ສູ້​ປ້ອງ​ກັນ​ຕົວ ແລະ ປະ­ເພດ​ຟ້ອນ​ປຸ່ມ​ເຊ້ ທັງ​ຮຸ່ນ​ອະ­ນຸ­ຊົນ ເຍົາ­ວະ​ຊົນ ແລະ ທົ່ວ​ໄປ ນອກ​ນີ້​ພວກ​ເຮົາ​ຍັງ​ຈະ​ສືບ­ຕໍ່​ເຝິກ­ຊ້ອມ​ນັກ­ກີ­ລາ​ທີມ​ຊາດ ແຕ່​ລະ​ຮຸ່ນ​ຢ່າງ​ເປັນ​ປົກ­ກະ­ຕິ ແລະ ກຽມ​ເປັນ​ເຈົ້າ​ການ​ຈັດ­ການ​ແຂ່ງ­ຂັນ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI.

error: Content is protected !!