ເປີດເຮືອນລາວມົງຄຸນ ສົ່ງເສີມວັດທະນະທຳລາວ

        ພິທີເປີດເຮືອນລາວມົງຄຸນ ຈັດຂຶ້ນຄ່ຳຄືນວັນທີ 24 ຕຸລາ 2020 ທີ່ເຮືອນດັ່ງກ່າວ ບ້ານທົ່ງຂັນຄຳ ຮ່ອມ 9 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸກສະຫວັນ ພິທັກເທບ ເຈົ້າຂອງເຮືອນລາວມົງຄຸນ ທ່ານນາງ ມຸກດາວັນ ແກ້ວວິໄລ ປະທານຜູ້ບໍລິຫານເຮືອນລາວມົງຄຸນ ພ້ອມນີ້ ມີທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂາວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸກສະຫວັນ ພິທັກເທບ ແຈ້ງໃຫ້ຊາບວ່າ: ເພື່ອເປັນການໂຄສະນາ ແລະ ປະຊາສຳພັນໃຫ້ພໍ່ແມ່ປະຊາຊົນລາວ ລວມເຖິງຊາວຕ່າງຊາດຜູ້ມີຄວາມສົນໃຈກ່ຽວກັບການນຸ່ງຖື ຮີດຄອງປະເພນີ ວັດທະນະທຳ ແລະ ສິລະປະວັນນະຄະດີ ມັກຮັກໃນຄວາມເປັນລາວ ລວມໄປເຖິງຣົດຊາດອາຫານລາວ ສີໄມ້ລາຍມື ຄວາມຄິດພູມປັນຍາຂອງຄົນລາວ ແລະ ເອກະລັກປະຈຳຊາດ ໃຫ້ຄົງຢູ່ຄູ່ຄົນລາວຕະຫຼອດໄປ.

    ພາຍໃນງານຄັ້ງນີ້ ຍັງມີການວາງສະແດງ ແລະ ຈຳໜ່າຍສິນຄ້າ ຜະລິດຕະພັນທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວ  ລວມທັງອາຫານພື້ນເມືອງທີ່ມີຣົດຊາດດັ່ງເດີມອັນແຊບຊ້ອຍ ມາວາງສະແດງຈຳໜ່າຍ ພ້ອມກັບການສະແດງເດີນແບບເສື້ອຜ້າອາພອນທີ່ຜະລິດຈາກຜ້າໄໝ ແລະ ຝ້າຍຂອງລາວ ຈາກບັນດານັກຮ້ອງ ນັກສະແດງ ຊາຍແບບ ນາງແບບ ທີ່ມີຊື່ສຽງ ແລະ ຊົມການສະແດງສີລະປະວັນນະຄະດີ ອັນງົດງາມ ມ່ວນຊື່ນ ຈາກນັກສະແດງ ແລະ ສີລະປິນອີກຫຼາຍທ່ານ.

error: Content is protected !!