JDB ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ

    ທະນາຄານຮ່ວມພັດທະນາ (JDB) ໄດ້ນຳເອົາເຄື່ອງຊ່ວຍເຫຼືອເຊິ່ງເປັນນໍ້າດື່ມ ໝີ່ໄວໆ ແລະ ປາກະປອງ ລວມມູນຄ່າ 100 ລ້ານກີບ ໄປມອບໃຫ້ແຂວງສະຫວັນນະເຂດ ເພື່ອໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ບັນດາເມືອງຕ່າງໆເປັນການບັນເທົາທຸກ.

    ພິທີມອບຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 21 ຕຸລາ 2020 ທີ່ແຂວງສະຫວັນນະເຂດ ໂດຍກ່າວມອບຂອງທ່ານ ຖາວອນ ອ້ວນມາລາ ຄະນະບໍລິຫານງານທະນາຄານຮ່ວມພັດທະນາ ເຊິ່ງຮັບມອບໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ.

​  # ຂ່າວ & ພາບ: ສົມສະຫວັນ

error: Content is protected !!