ນະຄອນຫຼວງປັນນໍ້າໃຈໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງພາກກາງ

     ນະຄອນຫຼວງວຽງຈັນ ນຳໂດຍທ່ານ ລາດຊະນີວົງ ອະມາຣາທິທາດາ ຄະນະປະຈຳພັກ ຫົວໜ້າພະແນກກວດກາລັດ ປະທານກວດກາພັກ-ລັດ ນະຄອນຫຼວງວຽງຈັນ  ໄດ້ນຳເອົາເງິນສົດ 90 ລ້ານກີບ ແລະ ເຂົ້າສານ ພ້ອມວັດຖຸມູນຄ່າ 150 ລ້ານກີບ ລວມມູນຄ່າເປັນເງິນທັງໝົດ 240 ລ້ານກີບ ໄປຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ.

     ພິທີມອບຮັບຈັດຂຶ້ນວັນທີ 24 ຕຸລາ 2020 ທີ່ຫ້ອງວ່າການແຂວງສະຫັວນນະເຂດ ກ່າວມອບໂດຍທ່ານ ລາດຊະນີວົງ ອະມາຣາທິທາດາ ແລະ ກ່າວຮັບໂດຍທ່ານ ທ່ອນແກ້ວ ອຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ມີພັນລະຍາເຈົ້າແຂວງສະຫວັນນະເຂດ ພັນລະຍາເຈົ້າແຂວງສາລະວັນທ່ານຫົວໜ້າຫ້ອງວ່າການແຂວງ ແລະ ການນຳແຂວງພ້ອມພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

error: Content is protected !!