ວັນທີ 22 ຕຸລາ 2020 ພະແນກການຕ່າງປະເທດນະຄອນຫຼວງວຽງຈັນ (ນວ) ສືບຕໍ່ຈັດເຝິກອົບຮົມເພື່ອຍົກລະດັບວຽກງານການການຕ່າງປະເທດ ໃຫ້ການນຳເມືອງນາຊາຍທອງ ເປັນປະທານຂອງທ່ານ ດວງຕາ ສຸລິວົງ ຫົວໜ້າພະແນກການຕ່າງປະເທດ ນວ ແລະ ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ມີບັນດາຫົວໜ້າຫ້ອງການ ກໍຄືການນຳເມືອງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ເປັນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກ ນວ ນອກຈາກຖ່າຍທອດຄວາມຮູ້ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນແລ້ວ ພະແນກການຕ່າງປະເທດ ນວ ຍັງໄດ້ມອບເຄື່ອງພິມໃຫ້ເມືອງນາຊາຍທອງ 1 ເຄື່ອງ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວຕື່ມອີກ.

# ຂ່າວ & ພາບ: ສົມສະຫວັນ