ສະຫາຍນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ

ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ພາຍ​ໃນ ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ​ສະ­ຫວັນ​ນະ​ເຂດ ທ້າຍ​ສະ­ໄໝ​ທີ VIII ວັນ​ທີ 21-22 ຕຸ­ລາ 2020 ໂດຍ​ມີ​ສະ­ຫາຍ ສັນ­ຕິ­ພາບ ພົມ­ວິ­ຫານ ກຳ­ມະ­ການ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ​ອັນ​ພົ້ນ​ເດັ່ນ ຈາກ​ການ​ຊີ້​ນຳ-ນຳ­ພາ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ໂດຍ​ສະ­ເພາະ ການ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ ການ​ປະ­ຕິ­ບັດ​ວຽກ​ງານ ປກຊ-ປກສ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ການ​ພັດ­ທະ­ນາ​ຊົນ­ນະ­ບົດ ການ​ແກ້​ໄຂ​ໄພ­ພິ­ບັດ​ນ້ຳ​ຖ້ວມ ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ອື່ນໆ.

ນອກ​ນີ້ ຍັງ​ໄດ້​ຊີ້​ນຳ​ໃຫ້​ບັນ­ດາ​ສະ­ຫາຍ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ນຳ­ໄປ​ຄົ້ນ­ຄວ້າ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ ເປັນ­ຕົ້ນ ຕ້ອງ​ກຳ​ແໜ້ນ​ຈຸດ­ປະ­ສົງ ແລະ ເປົ້າ​ໝາຍ​ໃນ​ການ​ດຳ­ເນີນ​ຊີ­ວິດ​ການ­ເມືອງ​ຄັ້ງ​ນີ້ ລວມ​ທັງ​ການ​ກະ­ກຽມ​ບຸ​ຄະ​ລະ​ກອນ ເພື່ອ​ສືບ­ຕໍ່​ລົງ​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ​ຊຸດ​ໃໝ່ ໃຫ້​ຮັບ­ປະ­ກັນ​ທັງ 3 ຮຸ່ນ ເພດ ແລະ ເຜົ່າ ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ຕໍ່​ຮ່າງ​ບົດ​ສຳ​ຫຼວດ ການ​ນຳ­ພາ​ລວມ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ແຂວງ ໂດຍ​ສະ­ເພາະ ໄຈ້​ແຍກ​ໃຫ້​ເຫັນ​ຜົນ­ສຳ­ເລັດ ຈຸດ​ດີ ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ສາ­ເຫດ ບົດ­ຮຽນ​ທີ່​ຖອດ​ຖອນ​ໄດ້ ແລະ ທິດ​ທາງ​ປັບ­ປຸງ​ແກ້​ໄຂ​ໃນ­ຕໍ່­ໜ້າ ສຸມ​ໃສ່​ລົງ​ເລິກ​ຕີ​ລາ­ຄາ​ຕົນ​ເອງ​ດ້ານ​ຄຸນ​ທາດ​ການ­ເມືອງ ຄຸນ­ສົມ­ບັດ​ສິນ​ທຳ​ປະ­ຕິ­ວັດ ຄວາມ​ຮັບ­ຜິດ­ຊອບ​ຕໍ່­ໜ້າ​ທີ່​ການ­ເມືອງ ຄວາມ​ຮູ້-ຄວາມ​ສາ­ມາດ ສະ­ຕິ​ຕໍ່​ການ­ຈັດ­ຕັ້ງ ຄວາມ​ເປັນ​ແບບ­ຢ່າງ​ນຳ​ໜ້າ ແບບ­ແຜນ​ວິ­ທີ​ເຮັດ​ວຽກ ແບບ­ແຜນ​ການ​ດຳ­ລົງ​ຊີ­ວິດ ແລະ ອື່ນໆ ພ້ອມ​ນີ້ ກໍ​ໃຫ້​ໝູ່​ຄະ­ນະ​ມີ​ຄຳ​ເຫັນ​ຕຳ​ນິ​ສົ່ງ​ຂ່າວ ເພື່ອ​ກໍ່­ສ້າງ​ເຊິ່ງ​ກັນ ແລະ ກັນ ຖືກ­ຕ້ອງ​ກັບ​ຄວາມ​ເປັນ​ຈິງ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!