ຄວສຜ ສປ ນວ ຢ້ຽມຢາມໂຮງຮຽນກຽດຕິສັກນາໆຊາດ

ທ່ານ​ນາງ ເກດ​ມະ­ນີ ບັນ­ດາ­ສັກ ຄະ­ນະ​ປະ­ຈຳ ປະ­ທານ​ຄະ­ນະ​ກຳ­ມະ­ການ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ບັນ­ດາ­ເຜົ່າ ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ຄວ​ສຜ ສປ ນວ) ພ້ອມ​ຄະ­ນະ ລົງ​ຢ້ຽມ­ຢາມ ແລະ ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຢູ່​ໂຮງ­ຮຽນ​ກຽດ​ຕິ​ສັກ​ນາໆຊາດ ວັນ​ທີ 21 ຕຸ­ລາ 2020 ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ​ນາງ ຈັນ​ສະ­ຫງ່າ ວາ­ລະ​ກອນ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ດັ່ງ­ກ່າວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ທ່ານ​ນາງ ຈັນ​ແດງ ແສງ​ວໍ­ລະ​ວົງ ຮອງ​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ກຽດ​ຕິ​ສັກ​ນາໆຊາດ ໄດ້​ລາຍ​ງານ​ວ່າ: ໂຮງ­ຮຽນ​ກຽດ​ຕິ​ສັກ​ນາໆຊາດ ໄດ້​ຮັບ​ອະ­ນຸ­ຍາດ​ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໃຫ້​ເປີດ​ສອນ​ຫຼັກ­ສູດ ນາໆຊາດ ແລະ ຫຼັກ­ສູດ​ແຫ່ງ​ຊາດ ແຕ່​ຂັ້ນ​ອະ­ນຸ­ບານ-ປະ­ຖົມ-ມັດ­ທະ­ຍົມ​ສົມ­ບູນ ສົກ­ຮຽນ 2019-2020 ມີ​ຄູ-ອາ­ຈານ 154 ຄົນ ໃນ​ນີ້ ຄູ​ຄົນ​ລາວ 66 ຄົນ ຄູ​ຕ່າງ­ປະ­ເທດ 88 ຄົນ ແລະ ພະ­ນັກ­ງານ​ອື່ນໆ 39 ຄົນ ມີ​ນັກ­ຮຽນ 1.221 ຄົນ ໃນ​ນີ້ ຊັ້ນ​ອະ­ນຸ­ບານ 148 ຄົນ ຊັ້ນ​ປະ­ຖົມ 479 ຄົນ ESL 26 ຄົນ ESC 84 ຄົນ ແລະ ຊັ້ນ​ມັດ­ທະ­ຍົມ 484 ຄົນ ການ​ຮຽນ​ສ່ວນ​ໃຫຍ່​ແມ່ນ​ຮຽນ​ເປັນ​ຫຼັກ­ສູດ​ນາໆຊາດ ນອກ​ນີ້ ຍັງ​ເປັນ​ສູນ​ສອບ­ເສັງ​ຂອງ​ແຄມ​ບຣິດ ຫຼັກ­ສູດ​ພາ­ສາ​ອັງ­ກິດ​ລະ­ດັບ ມ ຕົ້ນ-ມ ປາຍ ແລະ ໄດ້​ສອນ A/AS ເຊິ່ງ​ສອນ​ລະ­ດັບ​ກຽມ​ເຂົ້າ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ເປັນ​ໂຮງ­ຮຽນ​ແຫ່ງ​ດຽວ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເປັນ​ສູນ​ກາງ​ສອບ­ເສັງ​ເພື່ອ​ວັດ​ລະ­ດັບ​ພາ­ສາ​ອັງ­ກິດ YLE KET PET FCE CEP CAE.

ສົກ­ຮຽນ 2019-2020 ໄດ້​ເປີດ​ສອນ​ວິ­ຊາ​ສະ­ແຕມ​ໂຣ​ໂບ​ຕິກ (ນະ​ວັດ­ຕະ​ກຳ​ຫຸ່ນ​ຍົນ) ໃຫ້​ນັກ­ຮຽນ​ຊັ້ນ​ມັດ­ທະ­ຍົມ ເພື່ອ​ຊ່ວຍ​ໃຫ້​ເຂົາ­ເຈົ້າ​ໄດ້​ຮຽນ​ວິ­ຊາ​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຢີ ວິ­ສະ­ວະ­ກຳ ແລະ ຄະ­ນິດ­ສາດ​ງ່າຍ​ຂຶ້ນ ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຄູ-ອາ­ຈານ ໄດ້​ກະ­ກຽມ​ການ​ຮຽນ-ການ​ສອນ​ໃຫ້​ນັກ­ຮຽນ​ຂອງ​ຕົນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ບໍ່​ສາ­ມາດ​ກັບ​ຄືນ​ມາ​ຮຽນ​ຢູ່​ໂຮງ­ຮຽນ​ໄດ້ ຜ່ານ​ສື່​ອອນ​ລາຍ​ຫຼາຍ​ຊ່ອງ​ທາງ ເປັນ­ຕົ້ນ WhatsApp Zoom ClassDojo Google Classroom ແລະ ອື່ນໆ ພ້ອມ​ນີ້ ຍັງ​ໄດ້​ກະ­ກຽມ​ຄວາມ​ພ້ອມ​ໃນ​ການ​ເປີດ​ການ​ຮຽນ-ການ​ສອນ​ແບບ​ອອນ​ລາຍ​ໃຫ້​ນັກ­ຮຽນ​ທຸກ​ຊັ້ນ ຫາກ​ເກີດ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຄັ້ງ​ໃໝ່.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!