ກອງປະຊຸມຄະນະຊີ້ນຳລະດັບຊາດ ຜ່ານຜົນເບື້ອງຕົ້ນການຂຶ້ນບັນຊີຄົວເຮືອນ ແລະ ຜົນການສຳຫຼວດ ເສດຖະກິດທົ່ວປະເທດ ຄັ້ງທີ III ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖິຕິໂລກ 20 ຕຸລາ 2020 ຈັດຂຶ້ນວັນທີ 22 ຕຸລາ 2020 ຢູ່ກະຊວງການເງິນ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີທ່ານນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມບັນດາຄະນະຊີ້ນຳຂັ້ນສູນກາງ ຂອງການສຳຫຼວດເສດຖະກິດ ກະສິກຳ ແລະ ຄະນະຫ້ອງການສຳຫຼວດຂັ້ນສູນກາງເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຜົນເບື້ອງຕົ້ນ ການວິໄຈການຂຶ້ນບັນຊີ ແລະ ຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ກ່ອນທີ່ຈະກ້າວໄປສູ່ການປະກາດຜົນໄດ້ຮັບຢ່າງເປັນທາງການ ໃຫ້ແກ່ຜູ້ນຳໃຊ້ທັງພາຍໃນ ແລະ ຕ່າງປະເທດ ການສຳຫຼວດນີ້ ໄດ້ຈັດຕັ້ງປະຕິບັດມາເປັນເວລາດົນພໍສົມຄວນ ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ຈຶ່ງເຮັດໃຫ້ມີການຊັກຊ້າມາຮອດປັດຈຸບັນ ຂໍ້ມູນທັງສອງການສຳຫຼວດນີ້ (ການສຳຫຼວດເສດຖະກິດ ແລະ ການສຳຫຼວດກະສິກຳ) ເຊິ່ງຂໍ້ມູນດັ່ງກ່າວ ຈະເປັນຫຼັກຖານອັນສຳຄັນ ຢັ້ງຢືນໃຫ້ເຫັນໄດ້ໝາກຜົນຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ທັງເປັນຂໍ້ມູນທີ່ສ່ອງແສງຄວາມເປັນຈິງໃຫ້ແກ່ລັດຖະບານໄດ້ເຫັນ ໄດ້ເຂົ້າໃຈສະພາບຫົວໜ່ວຍພື້ນຖານເສດຖະກິດ ທຸລະກິດການຄ້າ ແລະ ບໍລິການ ໂຄງປະກອບເສດຖະກິດ ການນຳໃຊ້ແຮງງານ ນຳໃຊ້ທີ່ດິນ ແລະ ຊັບພະຍາ ກອນອື່ນໆໃນການຜະລິດ ເພື່ອເປັນພື້ນຖານໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
# ພາບ & ຂ່າວ: ຊິລິການດາ