ກອງປະຊຸມທາງໄກ ລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະອາຊຽນ ຄັ້ງທີ 9 ຈັດຂຶ້ນວັນທີ 22 ຕຸລາ 2020 ເປັນປະທານຂອງທ່ານນາງ ເຜີ້ງ ສັກໂກນາ (PHOEURNG Sackona) ລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະກຳ ແຫ່ງລາຊະອານາຈັກກຳປູເຈຍ ມີບັນດາທ່ານລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ-ສິລະປະອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ກ່າວທີ່ກອງປະຊຸມວ່າ: ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດ COVID-19 ໃນທ້າຍເດືອນທັນວາ 2019 ຜ່ານມາ ການລະບາດໄດ້ສືບຕໍ່ລຸກລາມໄປຍັງຫຼາຍໆປະເທດໃນທົ່ວໂລກ ລວມທັງບັນດາປະເທດສະມາຊິກອາຊຽນຂອງພວກເຮົາ ອີກທັງມັນໄດ້ກາຍເປັນໄພຄຸກຄາມ ແລະ ຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ສະຖຽນລະພາບ ແລະ ຄວາມສະຫງົບປອດໄພຂອງໂລກ ເວົ້າລວມ ເວົ້າສະເພາະຢູ່ໃນວຽກງານການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ ອັນໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກຳດ້ານວັດທະນະທຳ ແລະ ຮີດຄອງປະເພນີ ທັງພາຍໃນປະເທດ ກໍຄືພາກພື້ນ ແລະ ທົ່ວໂລກ.
# ພາບ & ຂ່າວ: ຊິລິການດາ