ມາຍເວ ສະປອດແວ ລາວ ຊຸກຍູ້ເຄື່ອງກີລາ ໃຫ້ສື່ມວນຊົນສາຍກີລາ

ພິ­ທີ​ມອບ-ຮັບ​ເຄື່ອງ­ນຸ່ງ​ກີ­ລາ​ພີມ​ລາຍ ຈາກ​ບໍ­ລິ­ສັດ ມາຍ​ເວ ສະ­ປອດ​ແວ ລາວ ຈຳ­ນວນ 30 ຊຸດ ມູນ​ຄ່າ 3 ລ້ານ​ກວ່າ​ກີບ ໃຫ້​ແກ່​ກຸ່ມ​ສື່​ມວນ​ຊົນ​ສາຍ​ກີ­ລາ ໄດ້​ມີ​ຂຶ້ນ​ວັນ​ທີ 21 ຕຸ­ລາ 2020 ຢູ່​ສະ­ໜາມ​ກີ­ລາ​ເຕະ­ບານ​ຫຍ້າ​ທຽມ ມາຍ​ເວ (ຫຼັງ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ) ບ້ານ​ປາກ​ທ້າງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ການ​ກ່າວ​ມອບ​ໂດຍ​ທ່ານ ພຸດ​ທະ​ພອນ ສີ​ວິ​ໄຊ ປະ­ທານ​ບໍ­ລິ­ສັດ ມາຍ​ເວ ສະ­ປອດ​ແວ ລາວ ແລະ ກ່າວ​ຮັບ​ແມ່ນ​ທ່ານ ຕຸ​ໄລ​ເພັດ ພິມ​ເມືອງ ຮອງ​ປະ­ທານ​ກຸ່ມ​ສື່​ມວນ​ຊົນ​ສາຍ​ກີ­ລາ ມີ​ທ່ານ ສຸກ​ສາ­ຄອນ ສີ​ປະ­ເສີດ ຜູ້­ອຳ­ນວຍ­ການ​ສູນ​ໂຄ­ສະ­ນາ​ຂ່າວ­ສານ​ການ​ສຶກ​ສາ ແລະ ກີ­ລາ ທ່ານ ລຳ​ພຽງ ຄຳ​ຕິ​ຍະ​ເດດ ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ ມາຍ​ເວ ສະ­ປອດ​ແວ ລາວ ພ້ອມ​ດ້ວຍ​ສະ­ມາ­ຊິກ​ຂອງ​ທັງ​ສອງ​ພາກ­ສ່ວນ ຕະ­ຫຼອດ​ຮອດ​ສື່​ມວນ​ຊົນ​ສາຍ​ກີ­ລາ​ທຸກ​ຂະ­ແໜງ­ການ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ໂອ­ກາດ​ນີ້ ທ່ານ ລຳ​ພຽງ ຄຳ​ຕິ​ຍະ​ເດດ ກ່າວ​ວ່າ: ມື້­ນີ້ ກໍ​ເປັນ​ໂອ­ກາດ​ທີ່​ດີ ແລະ ກໍ​ດີ­ໃຈ​ທີ່​ສຸດ ທີ່​ທາງ​ບໍ­ລິ­ສັດ​ພວກ​ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສະ­ໜັບ­ສະ­ໜູນ​ໃຫ້​ແກ່​ທີມ​ສື່​ມວນ​ຊົນ​ສາຍ​ກີ­ລາ​ລາວ ໄດ້​ນຳ​ໃຊ້​ເຄື່ອງ­ນຸ່ງ​ກີ­ລາ​ງາມໆ​ຂອງ​ມາຍ​ເວ ເພື່ອ​ເຄື່ອນ​ໄຫວ​ຫຼິ້ນ​ກີ­ລາ ສ້າງ​ໃຫ້​ມີ​ສຸ­ຂະ­ພາບ​ແຂງ­ແຮງ ແລະ ສືບ­ຕໍ່​ເປັນ​ກະ­ບອກ​ສຽງ​ສຳ­ຄັນ​ໃນ​ການ​ນຳ​ສະ­ເໜີ​ຂ່າວ​ການ­ເຄື່ອນ­ໄຫວ​ວົງ​ການ​ກີ­ລາ​ລາວ ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ ແລະ ຂໍ​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ບໍ­ລິ­ສັດ ມາຍ​ເວ ສະ­ປອດ​ແວ ລາວ ຈະ​ຂໍ​ຄຽງ​ບ່າ​ຄຽງ​ໄຫຼ່​ເພື່ອ​ຊຸກ­ຍູ້​ທີມ​ນັກ​ຂ່າວ​ສາຍ​ກີ­ລາ​ຕະ­ຫຼອດ​ໄປ ແນວ­ໃດ​ກໍ​ດີ ໃນ­ຕໍ່­ໜ້າ ບໍ­ລິ­ສັດ​ກໍ​ໄດ້​ມີ​ວິ­ໄສ​ທັດ ແລະ ເປົ້າ​ໝາຍ​ຫຼັກ ແມ່ນ​ຈະ​ບຸກ​ບືນ​ສູ້​ຊົນ​ໃຫ້​ຜະ­ລິດ​ຕະ​ພັນ​ເຄື່ອງ­ພິມ​ລາຍ ຂຶ້ນ​ໄປ​ຢືນ​ໃນ​ລະ­ດັບ​ແຖວ​ໜ້າ ຕິດ 1 ໃນ 3 ຂອງ ສປປ ລາວ ເພື່ອ​ຄຽງ​ຄູ່ ແລະ ຮັບ​ໃຊ້​ສັງ­ຄົມ​ລາວ​ຕະ­ຫຼອດ​ໄປ.

ຫຼັງ​ຈາກ​ພິ­ທີ​ມອບ-ຮັບ​ໄດ້​ສຳ­ເລັດ​ລົງ ໃນ​ບັນ­ຍາ­ກາດ​ດັ່ງ­ກ່າວ ກໍ​ໄດ້​ມີ​ການ​ແຂ່ງ­ຂັນ​ເຕະ­ບານ​ນັດ​ພິ­ເສດ​ເພື່ອ​ຜູກ​ແໜ້ນ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ໃຫ້​ສະ­ມາ­ຊິກ​ພະ­ນັກ­ງານ ແລະ ນັກ​ຂ່າວ​ທັງ​ສອງ​ພາກ­ສ່ວນ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ​ອີກ ໂດຍ​ໄດ້​ມີ​ການ​ແຂ່ງ­ຂັນ​ເຕະ­ບານ 3 ຕັ່ງ ຕັ່ງ​ລະ 25 ນາ­ທີ ຜ່ານ​ການ​ແຂ່ງ­ຂັນ ຜົນ​ປາ­ກົດ​ວ່າ​ທັງ​ສອງ​ພາກ­ສ່ວນ​ບໍ່​ສາ­ມາດ​ເອົາ​ຊະ­ນະ​ກັນ​ໄດ້ ສະ­ເໝີ​ກັນ​ໄປ​ແບບ​ສຸດ​ມ່ວນ 8-8 ປະ­ຕູ.

# ພາບ & ຂ່າວ: ສີ​ພອນ

error: Content is protected !!