ພິທີມອບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ປະຈຳປີ 2020 ຈັດຂຶ້ນວັນທີ 22 ຕຸລາ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດມອບຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ມີຮອງເຈົ້າເມືອງ ຄະນະກຳມະການຄົ້ນຄວ້ານະໂຍບາຍ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງອ້ອມຂ້າງ ພ້ອມແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການມອບເງິນຄັ້ງນີ້ ເປັນການມອບເງິນ 6 ເດືອນທ້າຍປີ 2020 ຂອງງວດທີ III ໂດຍອີງໃສ່ແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມສະບັບເລກທີ 1097/ຮສສ ວ່າດ້ວຍການຈັດຕັ້ງປະຕິບັດໃຫ້ສຸມໃສ່ 3 ເປົ້າໝາຍ ທີ່ນອນຢູ່ໃນ 9 ຕົວເມືອງ ແຕ່ສະເພາະປີນີ້ແມ່ນໄດ້ 4 ເມືອງຄື: ສີສັດຕະນາກ ນາຊາຍທອງ ປາກງື່ມ ແລະ ສີໂຄດຕະບອງ ເຊິ່ງມີ 5 ທ່ານ ຍິງ 1 ທ່ານ ຈຳນວນ 107.092.900 ກີບ ແລະ ນະໂຍບາຍປ່ຽນແທນໂກຕ້າລົດ ຈຳນວນ 1 ທ່ານ ຈຳນວນເງິນ 71.395.200 ກີບ ລວມທັງໝົດ 178.488.000 ກີບ.

# ພາບ & ຂ່າວ: ຂັນທະວີ