ພິທີປະກາດສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງ ຈັດຂຶ້ນວັນທີ 21 ຕຸລາ 2020 ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດ ທະນາຊົນນະບົດ ແລະ ສະຫະກອນ ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກຳ – ປ່າໄມ້ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ຄຳມອນ ຫຼວງວຽງລາດ ປະທານສະຫະກອນກະສິກຳອິນຊີ ໄດ້ລາຍງານກ່ຽວກັບການ ສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງ ເຊິ່ງນັບຕັ້ງແຕ່ກາງເດືອນກໍລະກົດ 2020 ເປັນຕົ້ນມາ ພາຍ ໃຕ້ໂຄງການຄົ້ນຄວ້າກ່ຽວກັບການພັດທະນາສະຫະກອນຕົວແບບ ຮ່ວມກັນສ້າງແຜນກິດຈະກຳພັດທະນາ ກຸ່ມປູກຜັກອິນຊີທົ່ງມັ່ງ ໂດຍເລີ່ມຈາກການເຜີຍແຜ່ນິຕິກຳຕ່າງໆ ຈັດກອງປະຊຸມປຶກສາຫາລືສະມາຊິກ ກຸ່ມ ປູກຜັກອິນຊີ ແລະ ສຶກສາຄວາມເປັນໄປໄດ້ຫຼາຍຄັ້ງ.

ໂດຍໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ຄຽງຄູ່ກັບການເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະ ກຳມະການ ແລະ ສະມາຊິກສະຫະກອນ ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານວັດຖຸອຸປະກອນ ເຊັ່ນ: ຄອມພິວເຕີໂນດບຸກ ເຄື່ອງພິມ ຕູ້ໃສ່ເອກະສານ ແລະ ກະດານຂ່າວ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພະແນກກະສິກຳ ແລະ ປ່າໄມ້ ນວ ກົມພັດທະນາຊົນນະບົດ ແລະ ສະຫະກອນ ກົມສົ່ງ ເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໃນການເປີດກອງປະຊຸມໃຫຍ່ຄັ້ງທຳອິດຂອງສະມາຊິກ ໄດ້ປ່ອນບັດ ຄັດເລືອກເອົາຄະນະບໍລິຫານງານສະຫະກອນ ຈາກນັ້ນ ກໍໄດ້ສະເໜີພາກສ່ວນກ່ຽວຂ້ອງ ອອກໃບອະນຸ ຍາດສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງ ຂຶ້ນທະບຽນວິສາຫະກິດ ມາຮອດວັນທີ 21 ຕຸລາ 2020 ຈຶ່ງໄດ້ປະກາດສ້າງຕັ້ງສະຫະກອນກະສິກຳອິນຊີທົ່ງມັ່ງເປັນທາງການ.
# ພາບ & ຂ່າວ: ສະບາໄພ