ບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນຫຼັກການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຈຳນວນ 600 ລ້ານກີບ ເຊິ່ງພິທີມອບ-ຮັບ ໄດ້ຈັດຂຶ້ນວັນທີ 21 ຕຸລາ 2020 ຢູ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໂດຍກ່າວມອບຂອງທ່ານ Henrik Juel Andersen ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ ຈຳກັດ ແລະ ກ່າວຮັບແມ່ນທ່ານ ວີເພັດ ສີຫາຈັກ ປະທານ ສຕລ ໂດຍມີທ່ານນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ທ່ານ ສູນທອນ ສີຣິສັກ ຮອງຜູ້ອຳນວຍການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ການແຂ່ງຂັນລາຍການດັ່ງກ່າວ ຈະຈັດຂຶ້ນລະຫວ່າງວັນທີ 6-21 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ ປະເພດຊາຍ ມີທີມເຂົ້າຮ່ວມທັງຫມົດ 18 ທີມ ໃນ 17 ແຂວງ ແລະ 1 ນະຄອນຫຼວງ ໂດຍຈະແຂ່ງຂັນກັນຢູ່ 6 ສະໜາມ ເຊັ່ນ: ສະໜາມກີລາແຫ່ງຊາດ ຫຼັກ 16 (ເດີ່ນໃນ-ນອກ) ສະໜາມສູນເຝິກກີລາບານເຕະ (ຫ້ວຍຫົງ) 2 ສະໜາມ ສະຫນາມກີລາກາງມະຫາວິທະຍາໄລແຫ່ງຊາດລາວ ແລະ ສະໜາມກີລາກອງທັບ ຫຼັກ 5 ສ່ວນການແຂ່ງຂັນບານເຕະຍິງ ມີຢູ່ 8 ທີມ ຈະຈັດການແຂ່ງຂັນຢູ່ທີ່ 2 ສະໜາມຂອງສູນເຝິກບານເຕະຫ້ວຍຫົງ.



# ພາບ & ຂ່າວ: ສີພອນ