ລົດກະບະຮຸ່ນໃໝ່ “All-New Isuzu D-Max ຜູ້ນຳແຫ່ງໂລກກະບະຕົວຈິງ” ທີ່ຫາກໍນຳສະເໜີເມື່ອບໍ່ດົນມານີ້ ໄດ້ຮັບລາງວັນອອກແບບດີເດັ່ນ “Good Design Award 2020” (G Mark) ສາຂາພາຫະນະການຄ້າ (Commercial vehicle Commercial vehicle-related instruments) ຈາກສະຖາບັນສົ່ງເສີມການອອກແບບແຫ່ງປະເທດຍີ່ປຸ່ນ (JDP) ໂດຍ All-New Isuzu D-Max ນອກຈາກມີຮູບໂສມສວຍງາມແລ້ວ ຍັງໄດ້ຮັບການພັດທະນາປະສິດທິຜົນ ການປະຢັດນ້ຳມັນ ລະບົບຄວາມປອດໄພ ແລະ ອອກແບບໃຫ້ສາມາດຕອບສະໜອງການໃຊ້ງານໃນສະພາບແວດລ້ອມຫຼາຍຮູບແບບຂອງຜູ້ໃຊ້ລົດທົ່ວໂລກ ສາມາດລົງທະບຽນ ເພື່ອທົດລອງຂັບລົດດັ່ງກ່າວໄດ້ທີ່ http://www.myisuzulaos.com/test-drive/ ແລະ ມາສຳຜັດລົດອີຊູຊຸດ້ວຍຕົວເອງໄດ້ທີ່ງານບຸນນະມັດສະການພະທາດຫຼວງ ຢູ່ສູນການຄ້າລາວ-ໄອເຕັກ ວັນທີ 24 ຕຸລາ-1 ພະຈິກ 2020
G Mark ເປັນໂຄງການທີ່ກໍ່ຕັ້ງຂຶ້ນໂດຍກະຊວງການຄ້າຕ່າງປະເທດ ແລະ ອຸດສາຫະກຳຂອງປະເທດຍີ່ປຸ່ນ ປັດຈຸບັນ ຢູ່ພາຍໃຕ້ການເບິ່ງແຍງຂອງ JDP ເຊິ່ງໄດ້ຄັດເລືອກຜົນງານອອກແບບທີ່ມີຄຸນສົມ ບັດສົ່ງເສີມພັດທະນາການຄຸນນະພາບຊີວິດ ສັງຄົມ ແລະ ວົງການອຸດສາຫະກຳຢ່າງເຕັມທີ່ຈາກຫຼາຍຜົນ ງານທີ່ສົ່ງເຂົ້າແຂ່ງຂັນຈາກທົ່ວໂລກ ເປັນລາງວັນດ້ານການອອກແບບອັນເປັນກຽດທີ່ໄດ້ຮັບການຍອມຮັບໃນລະດັບນານາຊາດ ວ່າເປັນ 1 ໃນ 4 ລາງວັນດ້ານການອອກແບບທີ່ຍິ່ງໃຫຍ່ຂອງໂລກ ແລະ ເປັນທີ່ຮູ້ ຈັກຫຼາຍທີ່ສຸດແຕ່ປີ 1957 ໂດຍມີຈຸດປະສົງທີ່ຈະພັດທະນາຄຸນນະພາບຊີວິດ ສັງຄົມ ສິ່ງແວດລ້ອມ ແລະ ອື່ນໆຜ່ານການອອກແບບທີ່ສຸດຍອດທີ່ສຸດ.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ຝ່າຍປະຊາສຳພັນ ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ ເບີໂທ 021 417 387 ແຟັກ: 021 417 386.
# ພາບ & ຂ່າວ: ສະບາໄພ