ໂຄງການປັບປຸງໄຟແສງສະຫວ່າງເຍືອງທາງ ມີຄວາມຄືບໜ້າເກືອບ 50%

ທ່ານ ຊົງ​ເລົາ ຢົງ​ນູ ຫົວ­ໜ້າ​ພະ​ແນກ​ກະ​ລັງ​ງານ ແລະ ບໍ່​ແຮ່ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວັນ​ທີ 19 ຕຸ­ລາ 2020 ວ່າ: ໂຄງ­ການ​ປັບ­ປຸງ​ລະ­ບົບ​ໄຟ​ເຍືອງ​ທາງ 7 ເສັ້ນ­ທາງ​ໃນ​ເທດ­ສະ­ບານ​ຕົວ​ເມືອງ ແລະ ປັບ­ປຸງ​ລະ­ບົບ​ນ້ຳ­ພຸ ໄຟ​ແສງ​ສີ ສຽງ ສວນ​ປະ­ຕູ​ໄຊ ແລະ ລະ­ບົບ​ໄຟ​ເຍືອງ​ໃສ່​ໂຕ​ປະ­ຕູ​ໄຊ​ທີ່​ໄດ້​ທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ຈີນ ມາ​ຮອດ​ປັດ­ຈຸ­ບັນ​ມີ​ຄວາມ​ຄືບ​ໜ້າ 40% ໃນ​ການ​ຂຸດ​ເຈາະ​ເອົາ​ສາຍ​ໄຟ​ລົງ​ໃຕ້​ດິນ​ທີ່​ເປັນ​ໜ້າ​ວຽກ​ໜັກ ສ້າງ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ການ​ສັນ­ຈອນ​ໄປ​ມາ ແລະ ຍັງ​ເຫຼືອ​ອີກ 60% ເປັນ​ໜ້າ​ວຽກ​ເບົາ​ທີ່​ຕິດ​ຕັ້ງ​ເສົາ ແລະ ດອກ­ໄຟ ຄາດ​ວ່າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ນີ້ ຈະ​ສຳ­ເລັດ​ກ່ອນ​ວັນ­ຊາດ 2 ທັນ­ວາ 2020 ຄົບ­ຮອບ 45 ປີ.

# ພາບ & ຂ່າວ: ສົມ​ສະ­ຫວັນ

error: Content is protected !!