ຄຍປປ ສປນວ ຊຸກຍູ້-ຕິດຕາມກວດກາກອງບັນຊາການ ປກສ ເມືອງສີສັດຕະນາກ ນວ

ທ່ານ​ນາງ ສົມ​ພຽນ ວົງ​ໄຊ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຍຸ­ຕິ​ທຳ ແລະ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ສະ­ພາ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ຄຍປປ ສປ​ນວ) ພ້ອມ​ຄະ­ນະ ລົງ​ຊຸກ­ຍູ້ ຕິດ­ຕາມ​ກວດ­ກາ ແລະ ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລັດ​ຖະ​ທຳ​ມະ­ນູນ ກົດ­ໝາຍ ນິ­ຕິ​ກຳ​ໃຕ້​ກົດ­ໝາຍ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໄລ­ຍະ​ຜ່ານ​ມາ ໃນ​ຂົງ­ເຂດ​ວຽກ​ງານ​ຍຸ­ຕິ​ທຳ ແລະ ປກຊ-ປກສ ນວ ວັນ​ທີ 20 ຕຸ­ລາ 2020 ຢູ່​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ສັດ­ຕະ​ນາກ ນວ ໂດຍ​ການ​ຕ້ອນ­ຮັບ​ຂອງ​ທ່ານ ພັທ ຄຳ​ຝັ່ງ ເຄືອບ​ພະ​ພອນ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ສັດ­ຕະ​ນາກ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ໂອ­ກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ມີ​ຄຳ​ເຫັນ​ແລກ­ປ່ຽນ​ຄຳ​ສະ­ເໜີ​ຕໍ່​ຄະ­ນະ​ລົງ​ເຮັດ​ວຽກ ເຊັ່ນ: ບັນ­ຫາ​ຄ້າຍ​ຄຸມ​ຂັງ-ດັດ​ສ້າງ​ແອ​ອັດ ອຸ­ປະ­ກອນ​ຮັບ​ໃຊ້​ໃນ​ການ​ກວດ​ທາດ​ເຫຼົ້າ​ຍັງ​ມີ​ຈຳ­ກັດ ແລະ ອື່ນໆ ພ້ອມ​ນີ້ ຍັງ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ ແລະ ເບິ່ງ​ສະ­ຖານ­ທີ່​ຕົວ​ຈິງ​ຢູ່​ຄ້າຍ​ຄຸມ​ຂັງ​ດັດ​ສ້າງ​ເມືອງ​ສີ​ສັດ­ຕະ​ນາກ ອີກ​ດ້ວຍ.

# ພາບ & ຂ່າວ: ສະ­ບາ​ໄພ

error: Content is protected !!