ທະນາຄານຮ່ວມທຸລະກິດ ລາວ-ຫວຽດ (ທລວ) ສະໜັບສະໜູນສິນເຊື່ອ ມູນຄ່າ 30 ລ້ານໂດລາສະ ຫະລັດ ໃຫ້ບໍລິສັດ ໂອເຊຍໂນ ຈຳກັດ ເພື່ອປະກອບສ່ວນພັດທະນາໂຄງການສວນວັດທະນະທຳລ້ານຊ້າງ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍພິທີລົງນາມການສະໜອງທຶນດັ່ງກ່າວ ຈັດຂຶ້ນວັນທີ 20 ຕຸລາ 2020 ຢູ່ ທລວ ລະຫວ່າງທ່ານ ຫງວຽນ ດຶກ ວູ້ ຮອງຜູ້ອຳນວຍການໃຫຍ່ ທລວ ແລະ ທ່ານ ຄອນຄຳ ອິນທະວົງ ປະທານບໍລິສັດ ໂອເຊຍໂນ ຈຳກັດ ມີທ່ານ ຫງວຽນ ວັນ ບິງ ຜູ້ອຳນວຍການໃຫຍ່ ທລວ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄອນຄຳ ອິນທະວົງ ກ່າວວ່າ: ບໍລິສັດ ໂອເຊຍໂນ ຈຳກັດ ສ້າງຕັ້ງ ແລະ ດຳເນີນທຸລະກິດແຕ່ປີ 2012 ເປັນຕົ້ນມາ ໂດຍເບື້ອງຕົ້ນໄດ້ດຳເນີນທຸລະກິດຂົງເຂດກໍ່ສ້າງ ຜ່ານການເຕີບໃຫຍ່ຂະຫຍາຍຕົວ ແລະ ອີງໃສ່ຄວາມຕ້ອງການຂອງສັງຄົມ ກໍຄືການປະກອບສ່ວນສ້າງສາພັດທະນາປະເທດຊາດ ປັດຈຸບັນໄດ້ລົງທຶນຫຼາຍຂົງເຂດທຸລະກິດ ເປັນຕົ້ນ ທຸລະກິດປະກັນໄພ ທຸລະກິດອະສັງຫາ ທຸລະກິດຮັກສາຄວາມປອດໄພ ໂຄງການກະສິກຳລ້ຽງສັດ ພັດທະນາບັນດາໂຄງການຍຸດທະສາດຂອງລັດຖະບານ ເຊັ່ນ: ໂຄງການໂຮງໝໍ 300 ຕຽງ ໂຄງການພັດທະນາສວນວັດທະນະທຳລ້ານຊ້າງ (ຫຼັກ 16) ເຊິ່ງເປັນໂຄງບຸລິມະສິດທີ່ລັດຖະບານໃຫ້ຄວາມສຳຄັນ ຄາດວ່າມູນຄ່າການລົງທຶນ 80 ລ້ານໂດລາສະຫະລັດ.
ວັນທີ 9 ຕຸລາ 2020 ທລວ ໄດ້ເຊັນໜັງສືສະໜັບສະໜູນສິນເຊື່ອ 30 ລ້ານໂດລາສະຫະລັດ ໃຫ້ບໍລິສັດ ໂອເຊຍໂນ ຈຳກັດ ໃນການປະກອບທຶນເພື່ອພັດທະນາໂຄງການສວນວັດທະນະທຳລ້ານຊ້າງ (ຫຼັກ 16) ເຊິ່ງເປັນນິມິດໝາຍທີ່ດີໃນການຮ່ວມມືຂອງສອງຫົວໜ່ວຍທຸລະກິດ ໃນການຮ່ວມມືພັດທະນາໂຄງການ ກໍຄືການຮ່ວມມືພັດທະນາປະເທດລາວ ຕາມແນວທາງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ການສະໜອງຜະລິດຕະພັນຂອງ ທລວ ຢ່າງຮອບດ້ານ ໃຫ້ບໍລິສັດໂອເຊຍໂນ ຈຳກັດຄັ້ງນີ້ ຈະເຮັດໃຫ້ສາຍພົວພັນຂອງສອງຫົວໜ່ວຍທຸລະກິດນັບມື້ໄດ້ຮັບການພັດທະນາ ຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເປັນຄູ່ຮ່ວມມືດ້ານທຸລະກິດຍຸດທະສາດ ທີ່ພັກ ແລະ ລັດຖະບານໄວ້ວາງໃຈ ໃນການພັດທະນາໂຄງການບຸລິມະສິດໃນອະນາຄົດ.
# ຂ່າວ & ພາບ: ສະບາໄພ