ປີ 2018-2019 ອັດຕາຄວາມທຸກຍາກແຫ່ງຊາດລາວ ຫຼຸດລົງ 6,3%

ກອງ​ປະ­ຊຸມ​ເຜີຍ­ແຜ່​ບົດ​ລາຍ​ງານ ຜົນ​ວິ­ໄຈ​ສະ­ພາບ​ຄວາມ­ທຸກ​ຍາກ​ໃນ ສປປ ລາວ ຈາກ​ຂໍ້​ມູນ​ຜົນ​ການ​ສຳ ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ ຄັ້ງ​ທີ 6 (LECS VI) ປີ 2018-2019 ຈັດ​ຂຶ້ນ​ວັນ​ທີ 20 ຕຸ­ລາ 2020 ຢູ່​ໂຮງ­ແຮມ​ແລນ​ມາກ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ພອນສາ​ຫຼີ ສຸກ​ສະ​ຫວັດ ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ທ່ານ Nicola Pontara ຜູ້­ອຳ­ນວຍ­ການ​ທະ­ນາ­ຄານ​ໂລກ ປະ­ຈຳ ສປປ ລາວ ພ້ອມ​ບັນ­ດາ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ກົມ​ອ້ອມ​ຂ້າງ ແລະ ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ເຂົ້າ​ຮ່ວມ.

ທ່ານ ນາງ ພອນ​ສາ​ຫຼີ ສຸກ​ສະ​ຫວັດ ກ່າວ​ວ່າ: ຜົນ​ການ​ສຳ​ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ ເຮືອນ​ຄັ້ງ​ທີ 6 ແມ່ນ​ມີ​ຄວາມ​ສຳ­ຄັນ​ຫຼາຍ ໃຫ້​ບັນ­ດາ​ການ​ນຳ ແລະ ຜູ້​ຊົມ­ໃຊ້​ທົ່ວ​ໄປ​ທີ່​ມີ​ຄວາມ​ສົນ­ໃຈ​ນຳ​ໃຊ້​ຂໍ້​ມູນ​ເຂົ້າ​ໃນ​ວຽກ​ງານ​ການ​ສ້າງ​ນະ­ໂຍ­ບາຍ ແລະ ການ​ວາງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ການ​ວາງ​ແຜນ​ແກ້​ໄຂ ແລະ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ​ໃນ ສປປ ລາວ ເຊິ່ງ​ຈະ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ໄລ­ຍະ​ການ​ປ່ຽນ­ແປງ​ຂອງ​ການ​ພັດ­ທະ­ນາ​ໃນ​ຂົງ­ເຂດ​ເສດ­ຖະ­ກິດ ການ​ຜະ­ລິດ ການ​ເຂົ້າ​ເຖິງ​ບໍ­ລິ­ການ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ການ​ສຶກ​ສາ ແລະ ອື່ນໆ ແລະ ທີ່​ສຳ­ຄັນ​ທີ່​ສຸດ ແມ່ນ​ທ່າ​ອ່ຽງ​ຂອງ​ຄວາມ­ທຸກ​ຍາກ​ໃນ​ໄລ­ຍະ 25 ປີ­ຜ່ານ­ມາ ອັດ­ຕາ​ສ່ວນ​ຂອງ​ປະ­ຊາ­ກອນ​ທີ່​ມີ​ຄວາມ­ທຸກ​ຍາກ ໄດ້​ຫຼຸດ​ລົງ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ ຈາກ 46% ໃນ​ປີ 1993 ມາ​ເປັນ 18% ໃນ​ປີ 2019.

ພາຍ­ຫຼັງ​ທີ່​ສຳ­ເລັດ​ການ​ປະ­ກາດ​ຜົນ LECS VI ແລ້ວ ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ​ໄດ້​ສຶບ​ຕໍ່​ວິ­ໄຈ​ເລິກ​ໃນ​ຫົວ­ຂໍ້ “ສະ­ພາບ​ຄວາມ­ທຸກ​ຍາກ​ໃນ ສປປ ລາວ” ໂດຍ​ພື້ນ­ຖານ​ແມ່ນ​ອີງ­ໃສ່​ການ​ສຳ​ຫຼວດ​ລາຍ​ຈ່າຍ ແລະ ການ​ບໍ​ລິ ໂພກ​ໃນ​ລາວ (LECS) ທີ່​ດຳ­ເນີນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໃນ​ລະ­ຫວ່າງ​ປີ 2018-2019 ຂໍ້​ມູນ​ທີ່​ໄດ້​ຈາກ LECS ສະ­ແດງ​ໃຫ້​ເຫັນ​ວ່າ ອັດ­ຕາ​ຄວາມ­ທຸກ​ຍາກ​ແຫ່ງ​ຊາດ​ລາວ​ທີ່​ຫຼຸດ​ລົງ 6,3% ໃຊ້​ເວ­ລາ​ຫຼາຍ​ກວ່າ 6 ປີ ນັບ​ຈາກ 24,6% ໃນ​ປີ 2013 ເປັນ 18,3% ໃນ​ປີ 2019 ໝາຍ​ຄວາມ​ວ່າ ເຖິງ​ຢ່າງ­ໃດ​ກໍ​ຕາມ ເກືອບ 5 ສ່ວນ​ຂອງ​ປະ­ຊາ­ຊົນ​ລາວ ແມ່ນ​ຍັງ​ອາ­ໄສ​ຢູ່​ໃນ​ລະ­ດັບ​ລາຍ​ຮັບ​ຕ່ຳ​ກວ່າ​ລະ­ດັບ​ອັດ­ຕາ​ຄວາມ­ທຸກ​ຍາກ​ແຫ່ງ​ຊາດ 9.364 ກີບ ຫຼື (1ໂດ​ລາ) ຕໍ່​ມື້.

# ພາບ & ຂ່າວ: ຊິ​ລິ​ການ​ດາ

error: Content is protected !!