ກອງປະຊຸມຄົບຄະນະບໍລິຫານງານພັກເມືອງນາຊາຍທອງ ເປີດກວ້າງ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2020 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ວຽງຄຳ ສີຫາໂຄດ ເລຂາຄະນະພັກເມືອງ ເຈົ້າເມືອງນາຊາຍທອງ ມີຮອງເລຂາພັກເມືອງ ບັນດາສະຫາຍຄະນະປະຈຳພັກເມືອງ ກຳມະການພັກ ພ້ອມດ້ວຍເລຂາໜ່ວຍພັກຫ້ອງການອ້ອມຂ້າງ ແລະ ເລຂາໜ່ວຍພັກບ້ານເຂົ້າຮ່ວມ.


ສະຫາຍ ວຽງຄຳ ສີຫາໂຄດ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ຕົກລົງບັນຫາຕ່າງໆຄື: ຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນຳ-ນຳພາວຽກງານຂອງຄະນະບໍລິຫານງານພັກເມືອງນາຊາຍທອງ ສະໄໝທີ VI ເຊື່ອມຕໍ່ກັບສະໄໝທີ VII ໃນໄລຍະ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2020 ຮັບຟັງການລາຍງານ ແລະ ປະກອບຄຳເຫັນຂອງຄະນະພັກ ຫົວໜ້າຫ້ອງການໃນບາງຂົງເຂດວຽກງານຕື່ມອີກ ເຊິ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງນາຊາຍທອງ ເຫັນວ່າກອງປະຊຸມຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ສຸມສະຕິປັນຍາຂອງຕົນປະກອບສ່ວນປຶກສາຫາລື ໃຫ້ຄຳຄິດຄຳເຫັນຕໍ່ບັນຫາຕ່າງໆຢູ່ໃນກອງປະຊຸມຄັ້ງນີ້ ແລ້ວສາມາດຈັດຕັ້ງຊີ້ນຳນຳພາເຂົ້າໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີ.

ການດຳເນີນກອງປະຊຸມຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ການສືບຕໍ່ຊີ້ນຳ-ນຳພາຄວາມຮັບຜິດຊອບຂອງຄະນະປະຈຳພັກ ຂອງຄະນະພັກ ຂອງສ່ວນບຸກຄົນທີ່ບັນດາສະຫາຍໄດ້ປະກອບມານັ້ນ ຈະຕ້ອງໄດ້ພ້ອມກັນສູ້ຊົນບູລະນະປັບປຸງໃຫ້ມີການຫັນປ່ຽນໃນຕໍ່ໜ້າ ໃຫ້ບັນດາສະຫາຍຮັກສາໄດ້ຄວາມສາມັກຄີອັນເປັນປຶກແຜ່ນພາຍໃນພັກ ໃຫ້ເຂັ້ມແຂງກວ່າເກົ່າ ຮັກສາຄວາມກະຕືລືລົ້ນ ຄວາມຕັດສິນໃຈ ເພື່ອປະຕິບັດມະຕິ X ຂອງສູນກາງພັກໃຫ້ບັນລຸ ປະຕິບັດມະຕິ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ ກໍຄືມະຕິ VII ຂອງອົງຄະນະພັກເມືອງນາຊາຍທອງໃຫ້ປາກົດຜົນເປັນຈິງ.




# ຂ່າວ & ພາບ: ວຽງມາ