ວັນທີ 15 ຕຸລາ 2020 ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານຫົວໜ້າຂະແໜງທ່ອງທ່ຽວ ທ່ານຫົວໜ້າຫ້ອງການ ຖວທ ເມືອງນາຊາຍທອງ ແລະ ພະນັກງານວິຊາການກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ (ນວ) ໂດຍສະເພາະ ຢູ່ສະຖານທີ່ທ່ອງທ່ຽວສວນພຶກສາ ເພື່ອຟື້ນຟູວິກິດຈາກຜົນກະທົບການລະບາດຂອງພະຍາດໂຄວິດ-19 ຂຶ້ນທີ່ສວນພຶກສາບ້ານດານຊີ ເມືອງນາຊາຍທອງ ມີບໍລິສັດທ່ອງທ່ຽວທີ່ເປັນສະມາຊິກສະມາຄົມທ່ອງທ່ຽວລາວ ແລະ ທຸລະກິດທ່ອງທ່ຽວ ນວ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຈາກແຕ່ລະພາກສ່ວນທຸລະກິດ ລະຫວ່າງບໍລິສັດທ່ອງທ່ຽວ ແລະ ທຸລະກິດພັດທະນາສະຖານທີ່ທ່ອງທ່ຽວ ເພື່ອຮ່ວມມືກັນສົ່ງເສີມການທ່ອງທ່ຽວຢູ່ ນວ ຖ້າຫາກສາມພາກສ່ວນຄື ພາກລັດບໍລິສັດທ່ອງທ່ຽວ ແລະ ຜູ້ພັດທະນາສະຖານທີ່ທ່ອງທ່ຽວ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຈະເຮັດໃຫ້ການທ່ອງທ່ຽວໄປໄດ້ດີ ຄືພາກລັດຊ່ວຍດ້ານມະຫາພາກ ດ້ານນິຕິກຳ ແລະ ບໍລິສັດທ່ອງທ່ຽວ ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວ.
ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ໄດ້ມີຄຳເຫັນວ່າ: ສວນພຶກສາແຫ່ງນີ້ ມີເນື້ອທີ່ທັງໝົດ 50 ເຮັກຕາໂດຍໃຊ້ງົບຫຼາຍສິບຕື້ກີບ ມາພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວແບບຄົບວົງຈອນ ເປັນຕົ້ນ ຈະມີຮ້ານອາຫານ ຈຸດຖ່າຍຮູບ ຫ້ອງປະຊຸມ ສະໂມສອນ ສາມາດຈັດກອງປະຊຸມສຳມະນາ ແລະ ງານລ້ຽງຮອງຮັບແຂກໄດ້ພັນຄົນ ມີກິດຈະກຳຕຶກເບັດ ສວນດອກໄມ້ ຈຸດຖ່າຍຮູບ ຣີສອດໂຮມສະເຕ ສວນຜັກປອດສານພິດ ສະລິງ ສະລາຍເລີ ຊຸດ ແລະ ຂໍ້ມູນຊົນເຜົ່າ ຢາພື້ນເມືອງ ແລະ ອື່ນໆຫຼາຍລາຍການ ເພື່ອເຮັດໃຫ້ການທ່ອງທ່ຽວໄປໄດ້ດີ ທຸກພາກສ່ວນຕ້ອງຊຸກຍູ້ສົ່ງເສີມ ບໍລິສັດທ່ອງທ່ຽວຕ້ອງຊ່ວຍແນະນຳ ກໍຄືນຳເອົານັກທ່ອງທ່ຽວຕ່າງປະເທດມາທ່ຽວຊົມສະຖານທີ່ທ່ອງທ່ຽວແຫ່ງນີ້ ພ້ອມນີ້ ພາກລັດ ກໍຄືລັດຖະບານ ກໍຕ້ອງຊ່ວຍເຫຼືອດ້ານຕ່າງໆ ສ່ວນການພັດທະນາສະຖານທີ່ທ່ອງທ່ຽວ ຢາກໃຫ້ພາກລັດ ແລະ ບໍລິສັດທ່ອງທ່ຽວ ເປັນຜູ້ກຳນົດມາໃຫ້ຜູ້ພັດທະນາ ເພື່ອຈະໄປຕາມຈຸດປະສົງຄວາມຕ້ອງການຂອງແຂກ ກໍຄືນັກທ່ອງທ່ຽວ ເພື່ອເປັນທີ່ດຶງດູດນັກທ່ອງທ່ຽວ.

ການຈັດພົບປະຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນໂຄງການລາວທ່ຽວລາວ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການປະກອບຄຳເຫັນຈາກຫຼາຍບໍລິສັດທີ່ຢາກໃຫ້ສວນພຶກສາສ້າງເປັນແພັກເກັດທ່ຽວແຕ່ລະອັນໄປ ແລະ ປັບປຸງບາງດ້ານຈົນເຮັດໃຫ້ຖືກໃຈນັກທ່ອງທ່ຽວທີ່ມາທ່ຽວແລ້ວມາເລື້ອຍໆອີກ ບໍ່ໃຫ້ເປັນໃນຮູບແບບທີ່ວ່າ ມາຄັ້ງໜຶ່ງແລ້ວບໍ່ມາອີກ ໂດຍລວມແລ້ວ ການພົບປະຄັ້ງນີ້ໄດ້ສ້າງຄວາມເຂົ້າໃຈໃຫ້ແກ່ສອງຝ່າຍ ໂດຍສະເພາະຝ່າຍບໍລິສັດທ່ອງທ່ຽວຜຸ້ເຮັດທຸລະກິດນຳແຂກຕ່າງປະເທດເຂົ້າມາທ່ຽວລາວ ທີ່ມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບການເກັບຄ່າບໍລິການ ແລະ ລາຍການທ່ອງທ່ຽວຕ່າງໆພາຍໃນສວນ ເພື່ອຈະເປັນຂໍ້ມູນໄປໂຄສະນາໃຫ້ນັກທ່ອງທ່ຽວຕື່ມອີກ ສ່ວນພາກລັດກໍຄືພະແນກ ຖວທ ນວ ແລະ ຫ້ອງການ ຖວທ ເມືອງນາຊາຍທອງ ກໍພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອເພື່ອເຮັດໃຫ້ສະຖານທີ່ທ່ອງທ່ຽວສວນພຶກສາ ເປັນສະຖານທີ່ທ່ອງທ່ຽວທີ່ໜ້າທ່ຽວຊົມ ແລະ ເປັນທີ່ດຶງດູດຂອງນັກທ່ອງທ່ຽວນັບມື້ຫຼາຍຂຶ້ນ ນອກນີ້ ກໍພ້ອມແລ້ວຈະເປັນຜູ້ປະສານໃຫ້ພາກທຸລະກິດກັບທຸລະກິດ ໄດ້ມີໂອກາດໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງຄັ້ງນີ້ເປັນຄັ້ງທຳອິດ ແລະ ຍັງຈະມີຄັ້ງຕໍ່ໆໄປຕຶ່ມອີກ.
# ຂ່າວ & ພາບ: ສົມສະຫວັນ