ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການນຳໃຊ້ເຕັກໂນໂລຊີອາວະກາດ ຂຶ້ນວັນທີ 14 ຕຸລາ 2020 ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຽດເຂົ້າຮ່ວມຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ຕາງໜ້າສະຖາບັນການສຶກສາ ມະຫາວິທະຍາໄລແຫ່ງຊາດ ກົມ ສະຖາບັນ ຫ້ອງການພາຍໃນກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອເຜີຍແຜ່ວຽກງານການນຳໃຊ້ເຕັກໂນໂລຊີອາວະກາດ ເຂົ້າໃນວຽກງານການສຳຫຼວດເບິ່ງພື້ນຜິວໂລກ ແລະ ການປ່ຽນແປງຂອງໂລກ ເພື່ອນຳມາພັດທະນາເຂົ້າໃນວຽກງານການຄົ້ນຄວ້າພັດທະນາ ປະຍຸກໃຊ້ເຂົ້າໃນການຄຸ້ມຄອງ ການຕິດຕາມ ແລະ ການເຕືອນໄພພິບັດຕ່າງໆ ເຊັ່ນ: ການຄຸ້ມຄອງດ້ານກະສິກຳ ການຄຸ້ມຄອງປ່າໄມ້ ການຄຸ້ມຄອງທີ່ດິນ ການຄຸ້ມຄອງແຫຼ່ງນ້ຳ ການຄຸ້ມຄອງຕົວເມືອງ ການຄຸ້ມຄອງໄພພິບັດ ການຄຸ້ມຄອງການກໍ່ສ້າງ ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.
# ຂ່າວ & ພາບ: ເພັດສະໝອນ