ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັດຊັບ ທະນາຄານການຄ້າຕ່າງປະເທດລາວ (ທຄຕລ)-ກຸງໄທ ຈຳກັດ ໄດ້ຈັດສຳມະນາພາຍໃຕ້ຫົວຂໍ້ ນັກລົງທຶນໃໝ່ກ້າວໄກໃນເສດຖະກິດລາວ ໃຫ້ກັບພະນັກງານຄູ-ອາຈານ ແລະ ນັກສຶກສາພາຍໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 14 ຕຸລາ 2020 ທີ່ຄະນະດັ່ງກ່າວ.


ການຈັດສຳມະນາຄັ້ງນີ້ ເພື່ອເຜີຍແຜ່ໃຫ້ເຫັນເຖິງພາບລວມຂອງການລົງທຶນໃນຮຸ້ນ ລວມເຖິງຜົນປະໂຫຍດ ແລະ ການໄດ້ມາເຊິ່ງກຳໄລ ຕະຫຼອດຈົນເຖິງຄຳແນະນຳ ແລະ ຂັ້ນຕອນການລົງທຶນໃນຕະຫຼາດຮຸ້ນ ນອກນັ້ນ ຍັງເປັນໜຶ່ງໃນກິດຈະກຳຂອງໂຄງການສົ່ງເສີມຄວາມຮູ້ກ່ຽວກັບຕະຫຼາດທຶນ ພ້ອມທັງເປັນການສະເຫຼີມສະຫຼອງຄົບຮອບ 10 ປີ ຂອງຕະຫຼາດທຶນລາວຕື່ມອີກ.


# ຂ່າວ & ພາບ: ຂັນທະວີ