ປັດຈຸບັນ ບັນດາຜູ້ປະກອບການບໍລິການທ່ອງທ່ຽວ ເຮືອນພັກ ໂຮງແຮມ ຮ້ານອາການຕ່າງໆ ແມ່ນໄດ້ຮັບຜົນກະທົບໂດຍກົງຈາກການລະບາດພະຍາດໂຄວິດ-19 ນັບແຕ່ຕົ້ນປີເຖິງປັດຈຸບັນ ໄດ້ສົ່ງຜົນກະທົບຕໍ່ຫຼາຍປະເທດ ໃນນີ້ກໍແມ່ນໂຮງແຮມ My Dream Resort ກໍໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຫຼີກລ່ຽງບໍ່ໄດ້ ເຊິ່ງເຫັນໄດ້ຢ່າງຊັດເຈນຈາກແຂກທີ່ເຂົ້າໄປພັກເຊົາຫຼຸດລົງເຖິງ 70-80%.

ທ່ານ ສົມນຶກ ບຸນສາ ເຈົ້າຂອງໂຮງແຮມ My Dream Resort ໃຫ້ສຳພາດໃນອາທິດຜ່ານມານີ້ວ່າ: ເມື່ອກ່ອນ ແຂກມາພັກແຕ່ລະຄືນຢູ່ໃນລະດັບ 80% ຂອງຈຳນວນຫ້ອງທັງໝົດ ເຊິ່ງສ່ວນຫຼາຍແມ່ນແຂກຕ່າງປະເທດ ແຕ່ປັດຈຸບັນ ແຂກມາພັກເຊົາບໍ່ເກີນ 20% ໃນແຕ່ລະມື້ ແລະ ບັນດາແຂກເຫຼົ່ານັ້ນກໍເປັນນັກທ່ອງທ່ຽວພາຍໃນເກືອບ 100% ແນວໃດກໍຕາມ ເພື່ອສົ່ງເສີມໂຄງການລາວທ່ຽວລາວ ພາຍຫຼັງທີ່ລັດຖະບານວາງມາດຕະການຜ່ອນຜັນປ້ອງກັນພະຍາດໂຄວິດ-19 ກໍໄດ້ຫຼຸດຄ່າຫ້ອງພັກ ແລະ ອາຫານລົງເຫຼືອ 20-30% ຈາກລາຄາປົກກະຕິ ທັງໄດ້ປັບປຸງການບໍລິການຕ່າງໆໃຫ້ເຂົ້າກັບການດຳລົງຊີວິດປົກກະຕິແບບໃໝ່ ທີ່ລັດຖະບານວາງອອກ.

ປັດຈຸບັນ ເພື່ອຄວມຢູ່ລອດ ເຈົ້າຂອງກິດຈະການຈຳເປັນຕ້ອງໄດ້ຫຼຸດພະນັກງານຈາກ 50 ກວ່າຄົນ ເຫຼືອ 20 ກວ່າຄົນ ແລະ ປະຕິບັດຮູບແບບການເຮັດວຽກດ້ວຍການຜັດປ່ຽນກັນມາເຮັດວຽກແຕ່ລະເດືອນ ໂຮງແຮມ My Dream Resort ຕັ້ງຢູ່ແຄມນ້ຳຄານ ບ້ານເມືອງງາ ນະຄອນຫຼວງພະບາງ ປັດຈຸບັນມີຫ້ອງພັກຫຼາຍລາຄາ ຫຼາຍລະດັບໄວ້ບໍລິການແຂກພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເບິ່ງຂໍ້ມູນໄດ້ທາງ www.mydreamresort.com.

# ຂ່າວ & ພາບ: ອົ່ນ ໄຟສົມທອງ